ວັນທີ 13 ກຸມພາ 2025, ເຈົ້າໜ້າທີ່ກວດກາການຄ້າ ນໍາໂດຍ ທ່ານ ທອງສຸກ ກອງແກ້ວ ຫົວໜ້າຂະແໜງການຄ່າພາຍໃນ ພະແນກອຸດສາຫະກໍາ - ການຄ້າແຂວງ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ ໄດ້ເຄື່ອນໄຫວກວດກາການດໍາເນີນກິດຈະການ ການເກັບຊື້ເສດໂລຫະ ຫຼື ອະໂລຫະ ຢູ່ບ້ານໂພນສະຫວັນ ນະຄອນປາກເຊ.
ຜ່ານການກວດກາຕົວຈິງຂອງຄະນະກຳມະການ ເຫັນວ່າ ຮ້ານດັ່ງກ່າວ ເຄື່ອນ ໄຫວ ເກັບຊື້ເສດໂລຫະ ເປັນປົກກະຕິ, ປັດຈຸບັນ ມີເຫຼັກເສດ ປະມານ 70 ໂຕນ, ເຈ້ຍ ປະມານ 30 ໂຕນ, ຢາງພາສຕິກ ປະມານ 12 ແລະ ອາລູໂຍມ ປະມານ 500 ກິໂລກຼາມ.
ຈາກນັ້ນ, ຄະນະກໍາມະການ ຈິ່ງໄດ້ຕົກລົງເຫັນດີເປັນເອກະພາບກັນ ສະເໜີໃຫ້ເຈົ້າຂອງກິດຈະການ ຢຸດຕິການຊື້ - ຂາຍເສດໂລຫະ ຢູ່ສະຖານທີ່ດັ່ງກ່າວ ນັບແຕ່ວັນທີ 13 ກຸມພາ ເປັນຕົ້ນໄປ; ສະເໜີໃຫ້ຜູ້ປະກອບການຮີບຮ້ອນຊອກຫາສະຖານທີ່ບ່ອນອື່ນ ຢູ່ເຂດນອກນະຄອນປາກເຊ ທີ່ມີຄວາມເໝາະສົມ ແລະ ຫ່າງຈາກທາງຫຼວງ ຈິ່ງສາມາດເປີດຮັບເກັບຊື້ໄດ້, ເມື່ອຊອກຫາສະຖານທີ່ເກັບຊື້ໄດ້ແລ້ວ ຕ້ອງໄດ້ດັດແກ້ບັນດາເອກະສານຈາກຈຸດເດີມ ໄປຢູ່ຈຸດໃໝ່ ໃຫ້ຖືກຕ້ອງຕາມລະບຽບການ ເຊິ່ງພາກລັດທີ່ກ່ຽວຂ້ອງ ຈະອໍານວຍຄວາມສະດວກໃຫ້ຕື່ມ. ຕໍ່ໄປ ຖ້າໄດ້ເຄື່ອນໄຫວເກັບຊື້ເສດໂລຫະແລ້ວ ຫ້າມເດັດຂາດ ບໍ່ໃຫ້ຜູ້ປະກອບການເກັບຊື້ສິ່ງເສດເຫຼືອ ຫຼື ເສດເຫຼັກ ທີ່ໄດ້ຈາກການຂີ້ລັກ ເຊັ່ນ: ຝາປິດຄູກັນນໍ້າ, ເຄື່ອງໄຟຟາ, ເຫຼັກກັນຂອບທາງ ແລະ ເຫຼັກ ມງທີ່ທາງລັດຖະບານຫວງຫ້າມ.
Cr: ທູນທອງໃຈ






