ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ຄຳພັນ ພົມມະທັດ ຢ້ຽມຢາມໂຄງການກໍ່ສ້າງກັນຕາຝັ່ງເຈື່ອນ ແລະ ໂຄງການຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5

Feb 14, 2025

ທ່ານ ຄໍາພັນ ພົມມະທັດ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມຄະນະໄດ້ລົງຢ້ຽມຢາມການກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງເທດສະບານແຂວງບໍລິຄຳໄຊ ໃນວັນທີ 13 ກູມພາ 2025.
ທ່ານ ຄຳປະເສີດ ປັນຍານຸວົງ ຫົວໜ້າຂະແໜງ ທາງນໍ້າ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ບໍລິຄຳໄຊ ເຈົ້າຂອງໂຄງການໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງເທດສະບານແຂວງ ບໍລິຄຳໄຊ ແມ່ນໂຄງ ການຈັດການຄວາມສ່ຽງໄພພິບັດນໍ້າຖ້ວມ ໃນພູມມີພາກອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບທຶນຈາກທະນາຄານໂລກ ໂດຍແມ່ນບໍລິສັດ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ( JV chaina Jiangxi cooperation.Co.,Ltf.) ມູນຄ່າການກໍ່ສ້າງ 4,737,725 ສາຫະລັດອາເມລິກາ,ມີຄວາມຍາວທັງໝົດ 1,220 ແມັດ,ກວມເອົາ 3 ບ້ານຄື: ບ້ານຫ່ວຍສຽດ, ອານຸສອນໄຊ ແລະ ບ້ານປາກຊັນ, ໄລຍະການກໍ່ສ້າງຮອດປະຈຸບັນໄດ້ 24 ເດືອນ ສຳເລັດແລ້ວ1.100 ແມັດ ເທົ່າກັບ 89,58% ລື່ນແຜນ 4,48 ສ່ວນຮ້ອຍ ຈາກແຜນ 85,10 ສ່ວນຮ້ອຍ. ສຳລັບໜ້າວຽກທີຍັງຄ້າງຈະໃຫ້ສຳເລັດ ແລະ ມອບຮັບໃນທ້າຍເດືອນເມສາ 2025.
ສ່ວນວັນທີ 14 ກູມພາ ທ່ານ ຄຳພັນພົມມະທັດ ຍັງໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ)ມີຄະນະຮັບຜິດຊອບໂຄງການກ່າວຕ້ອນຮັບ.
ທ່ານ ໄລທອງ ພົມມະວົງ ໃນນາມເຈົ້າຂອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງ ການກໍ່ສ້າງ ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໄດ້ເລີ່ມສຶກສາຄວາມເປັນໄປໄດ້, ສໍາຫຼວດ, ອອກແບບແຕ່ປີ 2014 ແລະ ໄດ້ອອກ ແບບລະອຽດສໍາເລັດ ໃນປີ 2016 ຖືກຮັບຮອງແບບຮູບແຄນຄູ່, ຮູບດອກຈັນຈາກລັດຖະບານ 2 ຝ່າຍໃນປີ 2018.
ໂຄງການດັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380,067 ລ້ານບາດ,ໂຄງການຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ ຫ່າງຈາກເທດສະບານ ແຂວງບໍລິຄໍາໄຊ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.775 ແມັດ. ຂົວນໍ້າຂອງມີລວງຍາວທັງໝົດ 1.350 ແມັດ, ປະເພດແຂວນ (Extradosed Prestressed Concrete Bridge) ຊ່ວງຍາວ, ສ່ວນຊ່ວງສັ້ນເປັນປະເພດຂົວເບຕົງ ອັດແຮງ (Prestressed Concrete Bridge), ຊ່ວງຂົວກາງນໍ້າ ມີ 9 ຊ່ວງ, ມີລວງຍາວທັງໝົດ 810 ແມັດ ໃນນັ້ນຮັບຜິດຊອບ ຝ່າຍລະ 4 ຊ່ວງ ສ່ວນຊ່ວງກາງ ແມ່ນຮັບຜິດຊອບຮ່ວມກັນສອງຝ່າຍ: ຂົວນໍ້າຂອງມີລວງຍາວທັງໝົດ 1.350 ແມັດ.
ສຳລັບການກໍ່ສ້າງຝ່າຍລາວໄດ້ແບ່ງອອກເປັນ 2 ສັນຍາຄື: ສັນຍາກໍ່ສ້າງຂົວ ແລະ ສັນຍາການກໍ່ສ້າງເສັ້ນທາງ ແລະ ອາຄານດ່ານ,ສັນຍາ 1 Package 2B (ກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ) ໂດຍແມ່ນບໍລິສັດ ນະ ພາ ກໍ່ສ້າງ ຈຳກັດ (ຜູ້ຮັບເໝົາຫຼັກ) ບໍລິສັດ SIAM BBR ຮ່ວມກັບ ບໍລິສັດ VK International ຈຳກັດ ຜູ້ດຽວ (ຄູ່ຮ່ວມສັນຍາ)ມູນຄ່າສັນຍາ 379.197.622,7 ບາດ (ລວມວຽກເພີ່ມ 1+2 : 420.555.650,80 ບາດ)ສັນຍາ 2 Package 3 (ກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ) ບໍລິສັດ ສະຫຼວງ ກໍ່ສ້າງຈຳກັດ (ໄທ) ຮ່ວມກັບ ບໍລິສັດ ກໍ່ສ້າງວິສະວະ ກຳ ສາກົນ ທັນສະໃໝ ຈຳກັດ (AIEC). ມູນຄ່າສັນຍາ 773.180.000 ບາດ (ລວມວຽກເພີ່ມ 1+2 : 866.697.000,00 ບາດ) ມາຮອດປັດຈຸບັນ ການກໍ່ສ້າງສັນ 2 ແມ່ນສຳເລັດຮ້ອຍສ່ວນຮ້ອຍ. ສຳລັບສັນຍາ 1 ການກໍ່ສ້າງຂົວສຳເລັດແລ້ວ 95 ສ່ວນຮ້ອຍ ຄາດວ່າຈະໃຫ້ສຳເລັດພຶດສະພາ 2025.ໂຄງການດັ່ງກ່າວນີ້ຈະເປີດນໍາໃຊ້ເປັນທາງການໃນວັນທີ 19 ທັນວາ 2025.
Cr: ໜັງສືພິມແຂວງບໍລິຄໍາໄຊ