ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2 ຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກຸມພານີ້ ທີ່ນະຄອນຫລວງຮ່າໂນ້ຍຂອງຫວຽດນາມ ພາຍໃຕ້ຫົວຂໍ້: “ສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ແລະ ກວມລວມໃນໂລກ ທີ່ມີການຜັນແປ”, ໂດຍຈະມີການເຂົ້າຮ່ວມ ຂອງຜູ້ແທນ ຫລາຍກວ່າ 500 ຄົນ, ລວມມີການນຳຂັ້ນສູງ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມື, ຜູ້ຊ່ຽວຊານ, ນັກຮຽນຮູ້ແຖວໜ້າພາກພື້ນ ແລະ ສາກົນ; ເອກອັກຄະລັດຖະທູດ,ເຈົ້າໜ້າທີ່ຂັ້ນສູງບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມື, ບັນດາອົງການ ຈັດຕັ້ງສາກົນ, ຜູ້ຕາງໜ້າວິສາຫະກິດ, ທ້ອງຖິ່ນ. ຄາດວ່າ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກ່າວຄຳປາໄສ.
ໃນວັນທີ 13 ກຸມພາຢູ່ ຮ່າໂນ້ຍ, ທ່ານ ຈິ້ງມິງແຫ້ງ, ຜູ້ຮັກສາການ ຫົວໜ້າສະຖາ ບັນ ຄົ້ນຄວ້າ ຍຸດທະສາດ, ສັງກັດສະຖາບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:“ເວທີປາໄສ ເພື່ອແນໃສ່ສ້າງຊ່ອງແລກປ່ຽນ, ສະໜອງແນວຄວາມຄິດ, ສະເໜີຂໍ້ລິເລີ່ມ, ປະກອບສ່ວນສ້າງເສັ້ນທາງພັດທະນາ ແລະ ອະນາຄົດຂອງອາຊຽນ.
ສຳລັບຫວຽດນາມ, ຂໍ້ລິເລີ່ມຈັດຕັ້ງເວທີປາໄສເປັນການສະແດງໃຫ້ເຫັນເຖີງບົດ ບາດເປັນເຈົ້າການ, ຕັ້ງໜ້າ ແລະ ຄວາມຮັບຜິດຊອບຂອງປະເທດສະມາຊິກທີ່ພວມມີກຳລັງແຮງ, ຖານະບົດບາດ, ອິດທິພົນ ແລະ ມີຊື່ສຽງນັບມື້ນັບຫລາຍຂຶ້ນໃນອາຊຽນ.”.



