ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຂາຍປີ້ເຂົ້າຊົມຮູບ​ເງົາ​ກາ​ຕູນ​ຈີນ “​ນາ​ຈາ 2” ສ້າງລາຍໄດ້ເປັນປະຫວັດສາດທໍາອິດຂອງຈີນ​ທີ່​​ບັນລຸ​ກາຍ 10 ຕື້ຢວນ

Feb 14, 2025

ວັນ​ທີ 13 ກຸມ​ພາ 2025, ການຂາຍປີ້ເຂົ້າຊົມຮູບ​ເງົາ​ກາ​ຕູນ​ຈີນ “​ນາ​ຈາ 2” ບັນລຸ​​ລື່ນ​ກາຍ 10 ຕື້ຢວນ, ກາຍ​ເປັນ​ຮູບ​ເງົາ​ເລື່ອງ​ທຳ​ອິດໃນປະຫວັດສາດຂອງຈີນ​ທີ່​ຂາຍ​ປີ້​ບັນລຸລື່ນ​ກາຍ 10 ຕື້ຢວນ​, ທັງ​ຂຶ້ນ​ເປັນສາມອັນ​ດັບທຳອິດຂອງ​ຮູບ​ເງົາ​ກາ​ຕູນ​ທີ່​ຂາຍ​ປີ້​ເຂົ້າຊົມໄດ້ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ໂລກ. ເລື່ອງ​ນີ້​ບໍ່​ພຽງ​ແຕ່​ເປັນ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ອຸດ​ສາ​ຫະ​ກຳ​ຮູບ​ເງົາ​ຂອງ​ຈີນ​ເທົ່າ​ນັ້ນ, ແຕ່ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການຍົກລະດັບການຫັນເປັນອຸດສາຫະກຳ ແລະ ການສະແດງເນື້ອໃນທີ່ມີຫົວຄິດປະດິດສ້າງຂອງວັດ​ທະ​ນະ​ທຳ​ຈີນ ເຊິ່ງ​ເປັນ​ແຮງ​ບັນ​ດານ​ໃຈ​ອັນ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ຈີນ.
ຮູບ​ເງົາ​ກາ​ຕູນ “ນາ​ຈາ 2” ສ້າງຂຶ້ນໂດຍຖື​ເອົາ ເລື່ອງ “ຫ້ອງ​ສິນ” ຫຼື the Investiture of the Gods​ທີ່​ເປັນເທບ​ນິ​ຍາຍອະ​ມະ​ຕະຂອງ​ຈີນເປັນແມ່ແບບ, ເຊື່ອມ​ສານ​ປັດ​ຊະ​ຍາເຕົ໋າ, ລະ​ບົບ​ເທວະ​ດາ ແລະ ເຕັກ​ນິກ​ເລົ່າການ​ເລື່ອງໃນຍຸກປັດຈຸບັນໄດ້​ເປັນ​ຢ່າງ​ດີ, ຜ່ານ​ຫົວ​ຂໍ້​ທີ່ “ຕົນ​ເອງ​ຕ້ອງ​ກຳ​ແໜ້ນ​ຊາ​ຕາ​ກຳ​ຂອງ​ຕົນ” ສະ​ແດງ​ໃຫ້​ເຫັນ​ເຖິງສະ​ຕິ​ຕື່ນ​ຕົວ ແລະ ຈິດ​ໃຈ​ຕໍ່​ຕ້ານ​ກັບ​ຊາ​ຕາ​ກຳຂອງສ່ວນເອກະ ເທດ. ການ​ບັນ​ລະ​ຍາຍ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ແບບ​ນີ້, ບໍ່​ພຽງ​ແຕ່​ໄດ້​ສ້າງພະລັງຊີ​ວິດໃໝ່​ໃຫ້​ກັບ​ເທບ​ນິ​ຍາຍ​ດັ້ງ​ເດີມ​ເທົ່າ​ນັ້ນ, ແຕ່​ຍັງ​ສອດ​ຄ່ອງ​ກັບຄວາມຕ້ອງການ​ດ້ານ​ຈິດອາລົມ ແລະ ຄວາມ​ນິຍົມດ້ານວິຈິດຕະທັດຂອງຜູ້ຊົມໃນ​ຍຸກ​ປັດ​ຈຸ​ບັນອີກດ້ວຍ. ການສ່ອງແສງຄວາມໝັ້ນໃຈ​ດ້ານ​ວັດ​ທະ​ນະ​ທຳ​ຄື​ແນວ​ນີ້, ໄດ້​ເປີດ​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຂອງ​ຈີນ, ​ຊຸກ​ຍູ້​ສົ່ງເສີມໃຫ້​ພວກ​ນັກປະດິດຄິດແຕ່ງລົງ​ເລິກ​ຂຸດ​ຄົ້ນ​ມິ່ງ​ຂວັນ​ວັດ​ທະ​ນະ​ທຳ​ມູນ​ເຊື້ອ ແລະ ຊຸກ​ຍູ້​ໃຫ້​ມີ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ສີ​ສັນ​ພິ​ເສດ​ຂອງວັດ​ທະ​ນະ​ທຳ​ຈີນໃຫ້ຫຼາຍຂຶ້ນກວ່າ​ເກົ່າ.
ເວົ້າ​ໃນ​ດ້ານ​ເຕັກ​ນິກ​ແລ້ວ, ພາບທີ່ໃຊ້ເຕັກນິກ CG ໃນ “ນາ​ຈາ 2” ມີຫຼາຍກວ່າ 1,900 ພາບ, ປະ​ລິ​ມານ​ສະ​ສົມແຄ​ສ (Cache)ສຳ​ລັບພາບ CG ດ່ຽວ ມີ​ເຖິງ 10 ເທ​ຣາ​ໄບ; ໃນ​ຮູບ​ເງົາ​ໄດ້​ປະ​ສົມ​ປະ​ສານ​ເອ​ກະ​ລັກ​ຮູບ​ແຕ້ມ​ນ້ຳ​ມຶກ​ແບບ​ດັ້ງ​ເດີມຂອງຈີນກັບ​ເຕັກ​ນິກ​ກາ​ຕູນ 3 ມິຕິ ແລະ ໄດ້ສ້າງວິ​ຈິດ​ຕະ​ກຳ “ແບບ​ຈີນ” ທີ່​ມີ​ສີ​ສັນ​ພິ​ເສດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ເຕັກ​ນິກ​ຜະ​ລິດ​ກາ​ຕູນ​ຈີນ​ທີ່​ມີ​ລະ​ດັບ​ສູງ. ຄວາມກ້າວໜ້າ​ດ້ານ​ເຕັກ​ນິກ​ແບບ​ນີ້​ບໍ່​ພຽງ​ແຕ່​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໂຕ​ດ້ານອຸດ​ສາ​ຫະ​ກຳ​ກາ​ຕູນ​ຂອງ​ຈີນ​ເທົ່າ​ນັ້ນ, ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ອຸດ​ສາ​ຫະ​ກຳ​ຮູບ​ເງົາ​ຂອງ​ຈີນ​ໄດ້​ມີ​ກຳ​ລັງ​ທີ່​ແຂງແຮງເພື່ອແຂ່ງ​ຂັນ​ກັບ​ຮອນລີວຸດ, ຈີນ​ພວມ​ກ້າວ​ພົ້ນຈາກ​ປະ​ເທດ​ໃຫຍ່​ດ້ານການຜະລິດ​ຮູບ​ເງົາ ໄປ​ສູ່​ປະ​ເທດ​ທີ່ມີຄວາມເຂັ້ມ​ແຂງ ຫຼື ມີອໍານາດ​ດ້ານການຜະລິດ​ຮູບ​ເງົາ.
“ນາ​ຈາ 2 ” ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ມີ​ຄວາມ​ນິ​ຍົມ​ຊົມ​ຊອບ​ຕໍ່ກາຕູນຂອງຈີນເພີ່ມ​ຂຶ້ນ​​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ສ້າງ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ຊົມ​ໃຊ້​ເຄື່ອງ​ອຸ​ປະ​ໂພກ​ບໍ​ລິ​ໂພກ​ທີ່​ກຳ​ເນີດ​ຈາກ​ຮູບ​ເງົາ​ດັ່ງ​ກ່າວອີກດ້ວຍ. ຜະ​ລິດ​ຕະ​ພັນທີ່​ກຳ​ເນີດ​ຈາກ​ຮູບ​ເງົາ “ນາ​ຈາ 2” ລວມມີ: ເຄື່ອງຫຼິ້ນ, ອຸປະກອນການ​ຮຽນ, ອາ​ຫານ, ສິ່ງ​ພິມ, ຕຸກ​ກະ​ຕາ​ຂົນ, ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ​ອື່ນໆ ​ຫຼາຍ​ຊະ​ນິດ, ລາ​ຄາຜະລິດຕະພັນເຫຼົ່ານີ້ແມ່ນ​ມີນັບແຕ່ບໍ່ຮອດ 10 ຢວນ ຫາ ຫຼາຍ​ຮ້ອຍຢວນ.
ຢູ່ຮ້ານຄ້ານ້ອຍໃຫຍ່ຕ່າງໆໃນບັນດາ​ຕົວເມືອງໃຫຍ່, ລວມເຖິງ​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງ​ຈີນ, ຜະ​ລິດ​ຕະ​ພັນທີ່ເປັນຮູບຂອງ​ຕົວ​ລະ​ຄອນ​ຕ່າງໆ ເປັນ​ຕົ້ນ: ນາ​ຈາ, ອາວ​ປິງ ແລະ​ອື່ນໆ ແມ່ນປະກົດ​ເຫັນ​ໄດ້​ຢູ່​ທຸກ​ບ່ອນ ເຊິ່ງສາມາດດຶງ​ດູດ​ຜູ້​ບໍ​ລິ​ໂພກ​ຈຳ​ນວນຫຼວງຫຼາຍ​ຍາດ​ກັນ​ຈັດ​ຊື້. ຢູ່ຫຼາຍ​ຮ້ານ​ຈົນ​ບໍ່​ພໍ​ຂາຍ​ເລື້ອຍໆ, ການ​ຈຳ​ໜ່າຍຜ່ານທາ​ງອອນລາຍກໍ​ມີ​ຄວາມ​ຟົດ​ຟື້ນ​ເຊັ່ນ​ດຽວກັນ. ຍີ່​ຫໍ້ FunCrazy ຮ່ວມ​ມື​ກັບ “ນາ​ຈາ 2” ນຳ​ສະ​ເໜີ​ໂຄງ​ການ​ລະ​ດົມ​ທຶນ​ເພື່ອ​ຜະ​ລິດ​ສິນ​ຄ້າ​ສຳ​ຮອງ​ຂອງ​ຮູບ​ເງົາຜ່ານທາງອອນລາຍ ໂດຍ​ມີ​ເປົ້າ​ໝາຍ​ລະ​ດົມ​ທຶນໃຫ້ໄດ້ 1 ແສນຢວນ, ມາ​ຮອດ​ປັດ​ຈຸ​ບັນ ສາມາດ​ລະ​ດົມ​ທຶນໄດ້ຫຼາຍກວ່າ 25 ລ້ານຢວນ ​ແລ້ວ.
ນອກຈາກ​ນີ້, “ນາ​ຈາ 2” ບໍ່​ພຽງ​ແຕ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ຮັບ​ການ​ຕີ​ລ​າ​ຄາ​ຢ່າງສູງເຊັ່ນດຽວກັນໃນຕະ ຫຼາດ​ສາ​ກົນ, ໃນນັ້ນ ​ລວມ​ທັງ​ອາ​ເມ​ຣິ​ກາ​ເໜືອ. ນັບແຕ່ເລີ່ມຕົ້ນ​​ການ​ສາຍ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ອາ​ເມ​ຣິ​ກາ​ເໜືອ​ ເມື່ອ​ວັນ​ທີ 8 ກຸມ​ພາ​ເປັນ​ຕົ້ນ​ມາ, “ນາ​ຈາ 2” ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ເປັນ​ຢ່າງ​ສູງ​ຈາກ​ຜູ້​ຊົມ​ຕ່າງ​ປະ​ເທດ. ໃນ​ພິ​ທີ​ສາຍຮູບເງົາດັ່ງກ່າວ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ລອ​ສ​ແອງ​ເຈີ​ລິ​ສ​ຂອງ​ອາ​ເມ​ຣິ​ກາ ແມ່ນ​ມີ​ຜູ້​ຊົມ​ເຕັມໆເລີຍ, ລະ​ບົບ​ຂາຍ​ປີ້​ຢູ່​ໂຮງ​ຮູບ​ເງົາ​ຂອງ​ນິວຢອກ, ຊິດ​ນີ ແລະຕົວເມືອງອື່ນໆ ​ຈົນເຖີງຂັ້ນ​ຕິດ​ຂັດ​ຍ້ອນ​ມີ​ຜູ້​ຊົມ​ເຂົ້າ​ໃຊ້​ລະ​ບົບຫຼາຍ​ເກີນ​ໄປ, ການ​ຂາຍ​ປີ້​​ລ່ວງ​ໜ້າ​ບາງ​ຄັ້ງ ແມ່ນ​ຂາຍ​ໝົດ​ກ່ອນ​ລ່ວ​ງ​ໜ້າ​ໜຶ່ງ​ອາ​ທິດ​.
ທ່ານ ໂຣ​ເບິກ ກິງ ຜູ້​ຜະ​ລິດ​ຮູບ​ເງົາ​ຂອງ​ຮອນລີວຸດ ​ກ່າວ​ວ່າ: “ນາ​ຈາ 2” ໄດ້ສະ ແດງໃຫ້ເຫັນ​ວ່າ: ຮູບ​ເງົາ​ຈີນ​ມີ​ລູກ​ກຸນ​ແຈສໍາຄັນ​ທີ່​ສາ​ມາດ​ເລົ່າ​ເລື່ອງ​ທົ່ວ​ໂລກ​ໄດ້ເປັນຢ່າງ​ດີ​. ຕາມ​ຂ່າວ​ແຈ້ງວ່າ, “ນາ​ຈາ 2” ຍັງ​ຈະ​ໄປ​ສາຍ​ຢູ່ 10 ປະ​ເທດ​ສະ​ມາ​ຊິກອາ​ຊຽນ. ຈາກ​ນີ້​ອີກບໍ່​ດົນ, ຜູ້​ຊົມຢູ່ປະເທດ​ລາວ​ກໍຈະ​ສາ​ມາດ​ຮັບ​ຊົມ​ຮູບ​ເງົາ​ກາ​ຕູນ​ເລື່ອງ​ນີ້​ໄດ້ເຊັ່ນດຽວກັນ.
ໂດຍ​ຜ່ານ​ເຕັກ​ນິກ​ກາ​ຕູນ ແລະ CG ລະ​ດັບ​ສຸດຍອດ, “ນາ​ຈາ 2” ໄດ້​ສະ​ແດງໃຫ້ເຫັນວັດ​ທະ​ນະ​ທຳ​ດັ້ງ​ເດີມ​ຂອງ​ຈີນ​ຕໍ່​ຊາວ​ໂລກ​ດ້ວຍ​ຮູບ​ແບບ​ໃໝ່ຫຼ້າສຸດ. ຜົນ​ສຳ​ເລັດ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ມົນ​ສະ​ເໜ່​ພິ​ເສດ​ຂອງວັດ​ທະ​ນະ​ທຳ​ຈີນ​ເທົ່າ​ນັ້ນ, ແຕ່​ຍັງ​ໄດ້​ບັນ​ລະ​ຍາຍ​ໃຫ້ເຫັນເຖີງແນວ​ຄິດ​ທີ່ວ່າ: “ຂອງ​ຊົນ​ຊາດ ກໍເປັນ​ຂອງ​ໂລກ” ອີກດ້ວຍ. ແນວ​ຄິດ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ສາ​ມາດ​ນຳ​ໃຊ້​ໃນ​ການ​ຜະ​ລິດ​ຮູບ​ເງົາ ແລະ ລະ​ຄອນ​ໂທ​ລະ​ພາບ​ເທົ່າ​ນັ້ນ, ແຕ່​ຍັງໄດ້​ສະ​ໜອງ​ບົດ​ຮຽນອັນລ້ຳ​ຄ່າໃຫ້ແກ່ການ​ພັດ​ທະ​ນາ​ແບບ​ຫັນ​ເປັນ​ສາ​ກົນ ແລະ ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ອື່ນໆອີກດ້ວຍ.
Cr: CMG