ເມືອງໄຊເສດຖາ, ແຂວງອັດຕະປື ຈັດພິທີເປີດສູນບໍລິການຜ່ານປະຕູດຽວ ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ໃນວັນທີ 14 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ບຸນໂຮມ ພົມມະສານ,ປະທານແນວລາວສ້າງຊາດແຂວງອັດຕະປື ຜູ້ຊີ້ນໍາເມືອງໄຊເສດຖາ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ1315/ຈຂອປ ລົງວັນທີ9ຕຸລາ2024 ວ່າດ້ວຍການອະນຸມັດສ້າງຕັ້ງສູນບໍລິການຜ່ານປະຕູດຽວຢູ່ເມືອງໄຊເສດຖາ, ລາຍງານການກະກຽມຄວາມພ້ອມການສ້າງຕັ້ງສູນບໍລິການຜ່ານປະຕູດຽວ,ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງພະນັກງານລັດຖະກອນຂອງແຕ່ລະຫ້ອງການປະຈຳຢູ່ສູນ ຊຶ່ງການເປີດສູນບໍລິການ ຜ່ານກົນໄກປະຕູດຽວ ປະກອບມີຫລາຍວຽກທີ່ສໍາຄັນ ເປັນຕົ້ນແມ່ນ ວຽກງານພາຍໃນ, ວຽກງານອຸດສາຫະກໍາ ແລະ ການຄ້າ, ວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ວຽກງານການເງິນ, ວຽກງານ ປກສ,ວຽກງານຍຸຕິທຳ,ວຽກງານພະລັງງານແລະບໍ່ແຮ່, ວຽກງານໂຍທາທິການ ແລະຂົນສົ່ງ, ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ແລະ ວຽກງານກະສິກໍາ ແລະປ່າໄມ້. ມີບຸກຄະລາກອນທີ່ປະຈໍາສູນເຮັດວຽກຈໍານວນ 12 ທ່ານ, ຍິງ 6 ທ່ານ, ທີ່ມາຈາກ 11 ພາກສ່ວນຂອງເມືອງ.
ທັງນີ້ ເພື່ອແນໃສ່ປັບປຸງການບໍລິຫານວຽກງານຂອງລັດໃຫ້ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ອໍານວຍຄວາມສະດວກໃຫ້ປະຊາຊົນ ເຂົ້າເຖິງການບໍລິການຂອງລັດ ຢ່າງມີປະສິດທິພາບ ແລະປະສິດທິຜົນ; ຮັບປະກັນການແກ້ໄຂເອກະສານ, ການຄົ້ນຄວ້າຕົກລົງອະນຸຍາດ ຫລື ອະນຸມັດຕ່າງໆ ຂອງລັດໃຫ້ແກ່ຫົວໜ່ວຍທຸລະກິດ, ບຸກ ຄົນ, ນິຕິບຸກຄົນ ກໍຄືອົງການຈັດຕັ້ງຕ່າງໆມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ສາ ມາດກວດກາ ແລະກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້.
Cr: ພຸດປະສົງ ໂຄດໂຍທາ





