ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2024 ແລະ ວາງທິດທາງແຜນການເຄື່ອນໄຫວໃນປີ 2025 ຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງທຸລະຄົມ ຈັດຂຶ້ນຢູ່ສະໂມສອນຂອງກອງບັນຊາການ ປກສ ເມືອງ ໃນຕອນເຊົ້າ ວັນທີ 13 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພັນໂທ ສິນນະຄອນ ແສງສັກດາ ຄະນະປະຈໍາພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ເປັນກຽດເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ.
ທ່ານ ພັນໂທ ເຄືອຄໍາ ຊາມຸນຕີ ຫົວໜ້າຫ້ອງການ, ກອງບັນຊາການ ໄດ້ຕາງ ໜ້າຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນ 01 ປີ ຜ່ານມາ ໂດຍໄດ້ຕີລາຄາສະພາບການໂດຍລວມຂອງເມືອງ ກໍຄືຂອງແຂວງວຽງຈັນ, ການເຄື່ອນໄຫວຂອງອິດທິກໍາລັງປໍລະປັກດ້ວຍຮູບການຕ່າງໆ, ການແກ້ໄຂປະກົດການຫຍໍ້ທໍ້, ການແກ້ໄຂຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ວຽກງານປະສານສົມທົບອື່ນໆ; ໂດຍໄດ້ຫັນເອົາກໍາລັງວິຊາສະເພາະລົງແກ້ໄຂປະກົດການຫຍໍ້ທໍ້ຢູ່ຮາກຖານເປັນປົກກະຕິ ສາ ມາດເລີກຮື້ແກ້ໄຂບັນຫາອາດຊະຍາກໍາຕ່າງໆທີ່ສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມໃຫ້ຄ່ອຍໆຫຼຸດໜ້ອຍຖອຍລົງ,
ສະແດງອອກ ດັ່ງນີ້: ປີຜ່ານມາ, ທົ່ວເມືອງ ມີຄະດີອາຍາເກີດຂຶ້ນ 58 ເລື່ອງ, ຜົນເສຍຫາຍ 1,039,293,000 ກີບ, ສາມາດມ້າງໄດ້ 40 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 41 ຄົນ, ຍິງ 05 ຄົນ, ສາມາດເກັບກູ້ຄືນໄດ້ 320,698,000 ກີບ. (ປະຈຸບັນພວມດໍາເນີນ 16 ເລື່ອງ, ສະຫຼຸບສົ່ງໄອຍາການ 0 ເລື່ອງ, ສົ່ງກອງບັນຊາການ ປກສ ແຂວງ ດໍາເນີນ 0 ເລື່ອງ). ການສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດຕາມທ້ອງຖະໜົນ, ໜຶ່ງປີຜ່ານມາມີອຸບັດຕິເຫດເກີດຂຶ້ນທັງໝົດ 21 ລາຍ, ມີຜູ້ປະສົບອຸບັດຕິເຫດທັງໝົດ 51 ຄົນ, ຍິງ 13 ຄົນ, ເສຍຊີວິດ 05 ຄົນ, ຍິງ 0 ຄົນ, ພາຫະນະເປ່ເພທັງໝົດ 36 ຄັນ.
ສ່ວນ ຄະດີຢາເສບຕິດໜຶ່ງປີຜ່ານມາ ສາມາດມ້າງຄະດີຢາເສບຕິດ 21 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 32 ຄົນ, ຍິງ 02 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 22,104 ເມັດ, ສົ່ງໃຫ້ກອງບັນຊາການ ປກສ ແຂວງດໍາເນີນ 08 ລາຍ, ຍິງ 02 ຄົນ ຂອງກາງຢາບ້າຈໍານວນ 3,014 ເມັດ, ສຶກສາອົບຮົມແກ້ໄຂຢູ່ຂັ້ນກອງ 01 ລາຍ, ຄະດີພວມດໍາເນີນ 10 ເລື່ອງ. ທຽບໃສ່ປີຜ່ານມາເຫັນວ່າຄະດີອາຍາຫຼຸດລົງ 12 ເລື່ອງ, ອຸບັດຕິ ເຫດເພີ່ມຂຶ້ນ 02 ລາຍ, ເສຍຊີວິດ 04 ຄົນ, ຍິງ 01 ຄົນ.
Cr: ບ່າວຫາດໄຊ.





