ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ IX ຈັດຂຶ້ນໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ມອນໄຊ ລາວມົວຊົ່ງ, ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສະຫາຍ ວັນສີ ກົວມົວ ກໍາມະການສຳຮອງສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະ ມົນຕີ ກະຊວງ ຖວທ, ພ້ອມດ້ວຍຜູ້ແທນຊາວໜຸ່ມທົ່ວກະຊວງ ຖວທ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫລວດການນໍາພາ ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ກະຊວງ ຖວທ ທີ່ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານ ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານໃນໄລຍະຜ່ານມາ ເຊິ່ງຍາມໃດກໍຖືເອົາວຽກງານພັດທະນາຊາວໜຸ່ມ ຕາມຂໍ້ແຂ່ງຂັນ 4 ບຸກຂອງຄະນະ ຊປປລ ແລະ ຕິດພັນກັບການພັດທະນາວຽກງານ ຖວທ ໄດ້ຍົກໃຫ້ເຫັນບັນດາຜົນງານ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ຂອງການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະຜ່ານມາ, ສາເຫດຂອງຈຸດດີ ແລະ ຈຸດອ່ອນ ພ້ອມທັງໄດ້ມີການຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງກົງໄປກົງມາ.
ພ້ອມນີ້, ຍັງໄດ້ ຮັບຮອງເອົາທິດທາງແຜນການ, ວິທີ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ແນໃສ່ປັບປຸງວຽກງານການເຄື່ອນໄຫວຊາວໜຸ່ມກະຊວງ ຖວທ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃນການຄົ້ນຄວ້ານະໂຍບາຍ, ວາງແຜນ, ອະນຸລັກ, ປົກປັກຮັກສາ, ເສີມຂະຫຍາຍ ໃຫ້ມີຄວາມໜັ້ນຄົງ ແລະ ພັດທະນາໃຫ້ມີຄວາມຫລາກຫລາຍ, ມີຄວາມຖືກຕ້ອງ ແລະ ທັນເວລາ ແນໃສ່ປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.
ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມ ກະຊວງ ຖວທ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກເລືອກຕັ້ງທັງໝົດ 21 ສະຫາຍ, ເລືອກເອົາ 17 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບ ເລືອກເອົາຄະນະປະຈຳ- ຄະນະບໍລິຫານງານຊາວໜຸ່ມກະຊວງ 7 ສະຫາຍ, ຄະນະເລຂາ 4 ສະຫາຍ, ຄະນະກວດກາ 3 ສະຫາຍ, ຜູ້ແທນສົມບູນໄປຮ່ວມກອງປະຊຸມ 4 ສະຫາຍ, ສຳຮອງ 2 ສະຫາຍ. ເຫັນດີ ເປັນເອກະພາບ ເລືອກເອົາສະຫາຍ ສິດທິສັກ ວໍລະລາດ ເປັນເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ, ສະຫາຍ ນາງ ສີວັນໄຊ ສີພັນຄຳ ເປັນຮອງເລຂາ, ທັງເປັນປະທານກວດກາ, ເລືອກເອົາ ສະຫາຍ ນາງ ອາລຸນນີ ປັນຍາສິດ ແລະ ສະຫາຍ ເດດນະຄອນ ຫລວງໂມວິຫານ ເປັນຮອງເລຂາ.
ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ວັນສີ ກົວມົວ ແລະ ສະຫາຍ ມອນໄຊ ລາວມົວຊົ່ງ, ເຊິ່ງທັງສອງສະຫາຍ ຕ່າງສະແດງຄວາມຍ້ອງຍໍຊົມ ເຊີຍຕໍຜົນສໍາເລັດທີ່ຊາວໜຸ່ມກະຊວງ ຖວທ ຍາດມາໄດ້ຕະຫລອດໄລຍະ 5 ປີ ຜ່ານມາ, ພ້ອມນີ້ ຍັງເນັ້ນຫລາຍບັນຫາເພື່ອເປັນເຂັມທິດ ຊີ້ເຍື້ອງທາງໃຫ້ແກ່ຄະນະບໍລິ ຫານງານຊາວໜຸ່ມ ກະຊວງ ຖວທ ຊຸດໃໝ່ ເປັນຕົ້ນ: ໃຫ້ສືບຕໍ່ຖືສໍາຄັນ ຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ຊາວໜຸ່ມເປັນກົກໃນຖັນແຖວຊາວໜຸ່ມລັດຖະກອນ ທີ່ສັງກັດຢູ່ກະຊວງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພ້ອມທັງເນັ້ນໃຫ້ຊາວໜຸ່ມທົ່ວກະຊວງ ຖວທ ເຊື້ອໝັ້ນຕໍ່ການນຳພາຂອງພັກ, ລັດ ກໍຄື ການນຳ ພາຂອງຄະນະບໍລິ ຫານງານຊາວໜຸ່ມຊຸດໃໝ່ ແນໃສ່ເຮັດໃຫ້ວຽກງານຊາວໜຸ່ມ ມີຜົນສຳເລັດເປັນກ້າວໆ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ລັດ ວາງອອກ, ກຳແໜ້ນວຽກງານວິຊາສະເພາະຫັນເປັນມືອາຊີບ.
ນອກຈາກນີ້, ຕ້ອງມີນຳໃຈເສຍສະຫລະ ເພື່ອໝູ່, ເພື່ອສ່ວນລວມ, ເພື່ອອົງການຈັດຕັ້ງ, ອັນສຳຄັນ ຕ້ອງມີຄວາມສາມັກຄີ, ປອງດອງ, ເອື້ອເຟື້ອເຜື່ອແຜ່, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມບໍລິສຸດໃຈ, ສຸມທຸກສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ; ພະຍາຍາມຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມເຂັ້ມງວດຕໍ່ລະບຽບກົດໝາຍ, ມີແບບແຜນວິທີນຳພາ-ຊີ້ນຳ ທີ່ໜັກແໜ້ນ, ຖືກຕ້ອງ, ຊັດເຈນ, ນຳພາແບບເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ເໝາະສົມ-ຖືກຕາມຄວາມສາມາດຂອງແຕ່ລະບຸກຄົນ, ຄະນະບໍລິຫານງານຊາວໜຸ່ມກະຊວງຊຸດໃໝ່ ຕ້ອງຮີບຮ້ອນກະກຽມເປີດກອງປະຊຸມຄົບຄະ ນະບໍລິຫານງານຊາວ ໜຸ່ມ ເພື່ອແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍຄະນະປະຈຳ ແລະ ຄະນະບໍລິ ຫານງານຊາວໜຸ່ມ ໃຫ້ເປັນອັນລະອຽດ ແນໃສ່ເຮັດໃຫ້ວຽກ ງານຊາວໜຸ່ມ ໃນແຕ່ລະຂົງເຂດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ອື່ນໆ.






