ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນກະຊວງພາຍໃນ ເຂົ້າຮ່ວມກອງປະຊຸມ ພາຍໃຕ້ ຂໍ້ລິເລີ່ມສາກົນຂອງສາສະໜາພຸດ ແລະ ປະກາດສະຕະວັດແຫ່ງທໍາມະ ຄັ້ງທີ IV

Feb 14, 2025

ທ່ານ ວິໄລວົງ ບຸດດາຄໍາ, ລັດຖະມົນຕີກະຊວງພາຍໃນ ພ້ອມ ດ້ວຍຄະນະຜູ້ແທນຈາກອົງການພຸດທະສາສະນາສໍາພັນລາວ, ສູນກາງແນວລາວສ້າງຊາດ ແລະ ທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ນະຄອນຫຼວງບາງກອກ ແຫ່ງ ຣາຊະອານາຈັກໄທ ເຂົ້າຮ່ວມກອງປະຊຸມ ພາຍໃຕ້ “ຂໍ້ລິເລີ່ມສາກົນຂອງສາສະ ໜາພຸດ ແລະ ປະກາດສະຕະວັດແຫ່ງທໍາມະ ຄັ້ງທີ IV ໃນລະ ຫວ່າງວັນທີ 14-17 ກຸມພາ 2025 ທີ່ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ໂດຍການຈັດຂຶ້ນຂອງ ມູນລະນິທິ ວິເວການັນດາສາກົນ ຮ່ວມມືກັບ ສະຖາບັນໂພຄະຍາວິຊາໄລ, ມະຫາ ວິທະ ຍາໄລ ຈຸລາລົງກອນ ແຫ່ງຣາຊະນາອາຈັກໄທ ແລະ ສະຫະພັນສາ ສະໜາພຸດສາກົນ ແຫ່ງປະເທດອິນເດຍ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການສົ່ງເສີມການສົນ ທະນາ ແລະ ການຮ່ວມມື ທາງດ້ານພຸດທະສາສະໜາ ພ້ອມທັງລະດົມການໝູນໃຊ້ທໍາມະເພື່ອແກ້ໄຂບັນຫາສິ່ງທ້າທາຍສາກົນ ການຫຼີກລ່ຽງຂໍ້ຂັດແຍ່ງ ແລະ ການພັດທະນາຄວາມຍືນຍົງທາງດ້ານສິ່ງແວດລ້ອມ ໂດຍແນໃສ່ໃຫ້ເຫັນຄຸນຄ່າ ແລະ ຄຸນປະໂຫຍດຂອງທໍາມະເທດສະໜາ.
ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວຄໍາເຫັນໃນກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຄືນກ່ຽວກັບແກ່ນສານຂອງຫຼັກທໍາຄໍາສອນ ພຸດທະສາສະໜາ ບໍ່ແມ່ນພຽງຄວາມເລື່ອມໃສສັດທາ ແຕ່ຫາກແມ່ນການກະທໍາ ທີ່ເປັນຫົວໃຈຂອງຫຼັກທໍາ, ຊຶ່ງທໍາມະໄດ້ສອນໃຫ້ເຮົາ ໃຊ້ຊີວິດຢ່າງມີຄຸນນະທໍາ, ມີສະຕິລະວັງຕໍ່ຜົນຂອງການກະທໍາ ແລະ ສ້າງຄວາມສະມາຄີປອງດອງກັບເພື່ອນມະນຸດ ແລະ ທໍາມະຊາດ ແລະ ອື່ນໆ.
Cr: ຂ່າວສານ ກະຊວງພາຍໃນ