ກອງປະຊຸມໄດ້ໄຂຂຶ້ນ ແລະ ອັດລົງ ໃນວັນທີ 14 ກຸມພາ 2025 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງວຽງຈັນ. ໂດຍການເປັນປະທານຂອງ ສະຫາຍບຸນຄ້ຳ ທຳ ມະວົງ ເລຂາຫ່ວຍພັກຮາກຖານ ຫົວໜ້າ ອົງການໄອຍະການປະຊາຊົນ ແຂວງວຽງ ຈັນ,ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກພັກ-ພະນັກງານ,ມີຜູ້ແທນສົມບູນ 35 ສະຫາຍ,ຄະນະຊີ້ນຳກອງປະຊຸມໃຫຍ່ຂັ້ນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ສັນຕິພາບ ທາວົງໄຊ ຮອງເລຂາໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນ ແຂວງ,ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງ2ພາກ.ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນຳພາ-ຊີ້ນຳຂອງຄະນະພັກອົງການໄອຍະການປະຊາຊົນ ແຂວງວຽງຈັນໃນໄລຍະ 5 ປີຜ່ານມາ, ໜ່ວຍພັກອົງການໄອຍະການປະຊາຊົນ ແຂວງວຽງ ຈັນ ປະຈຸບັນ ປະກອບມີ ຄະນະ 2 ສະຫາຍ, ມີສະມາຊິກພັກທັງໝົດ 35 ສະຫາຍ, ຍິງ 14 ສະຫາຍ. ໃນນີ້ສະມາຊິກພັກແຂງ 33 ສະຫາຍ,ກາງ 2 ສະຫາຍ,ສະມາຊິກພັກສຳຮອງ 0 ສະຫາຍ.
ຄະນະໜ່ວຍພັກໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ ນໍາພາ ແນວຄິດ ເປັນວຽກທີ່ສຳຄັນຕິດພັນກັບການແກ້ໄຂບັນຫາຄົງຄ້າງຕ່າງໆ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ,ປຸກລະດົມສະມາຊິກພັກ,ພະນັກງານ-ລັດຖະກອນທຸກຄົນ ເຂົ້າຮ່ວມຮ່ຳຮຽນເຊື່ອມຊຶມມະຕິຄຳສັ່ງ,ດໍາລັດຕ່າງໆ ຂອງຄະນະພັກຂັ້ນເທິງ, ໂດຍສະເພາະມະຕິ XI ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງວຽງຈັນ ເພື່ອຍົກລະດັບຄວາມຮັບຮູ້ ປັບປຸງທັດສະນະຫຼັກໝັ້ນ ແລະ ຈັນຍາບັນຂອງພະນັກ ງານໄອຍະການ ໃຫ້ເປັນເອກະພາບບົນພື້ນຖານແນວທາງນະໂຍບາຍຂອງພັກ. ໄດ້ຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ ໃນການຈັດຕັ້ງປະຕິບັດຄຳສັ່ງ, ຄຳຊີ້ຂາດ,ຄໍາຕັດສີນ ຫຼື ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ, ຢູ່ກອງປະຕິບັດຄໍາຕັດສີນຂອງສານປະຈຳແຂວງ 42 ຄັ້ງ,ມີຄະດີ 3.974 ເລື່ອງ(ອາຍາ 3.255 ເລື່ອງ, ແພ່ງ 719 ເລື່ອງ), ເຂົ້າຮ່ວມປະຕິບັດຄໍາຕັດສີນຂອງສານ193 ຄັ້ງ, ໄດ້ເຂົ້າຮ່ວມເປັນຄະນະກໍາມະການສະເພາະກິດ ດໍາເນີນຄະດີສໍ້ລາດບັງຫຼວງ ທີ່ແຂວງແຕ່ງຕັ້ງຂຶ້ນ.
ໃນກອງປະຊຸມຄັ້ງນີ້,ບັນດາຜູ້ແທນສົມບູນໄດ້ຮັບຮອງເອົາຮ່າງບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ພ້ອມທັງໄດ້ນຳໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ເລຂາ,ຄະນະພັກ ອົງການໄອຍະການປະຊາຊົນ ແຂວງວຽງຈັນ ຊຸດໃໝ່ເພື່ອສືບຕໍ່ໃນການນຳພາຊີ້ນຳວຽກງານໃນຕໍ່ໜ້າ, ເຊິ່ງມີຜູ້ສະໝັກ ຈຳນວນ 5 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນຄ້ຳທຳມະວົງ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ສັນຕິພາບ ທາວົງໄຊ ເປັນຮອງເລຂາ ,ເລືອກເອົາ ສະຫາຍ ສີສະຫວັດ ລັດອານົງ ເປັນຄະນະໜ່ວຍພັກ,ກອງປະຊຸມຄັ້ງປະຖົມມະລືກຍັງເປັນເອກະພາບກັນເລືອກເອົາ ສະຫາຍ ສີງແກ້ວ ຈອມສີສານ ເປັນຮອງປະທານກວດກາ ແລະ ສະຫາຍ ປໍຈົວທ່າວ ຈູມບ໊ອງ ເປັນຜູ້ຊ່ວຍກວດກາຕື່ມອີກ.
ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງການມີຄຳເຫັນ ແລະ ໂອ້ລົມຂອງສະຫາຍ ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ,ຜູ້ຊີ້ນຳວຽກພັກ-ພະນັກງານເພື່ອເປັນເຂັມຊີ້ທິດເຍືອງທາງໃນການນຳພາຊີ້ນຳຂອງຄະນະໜ່ວຍພັກຊຸດໃໝ່ ຕະ ຫຼອດຮອດສະມາຊິກພັກ-ພະນັກງານ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານກໍ່ຄືການຈັດຕັ້ງຜັນຂະຫຍາຍມະຕິກງປະຊຸມ,ການປະຕິບັດໜ້າທີ່ການເມືອງ,ທີ່ພັກລັດມອບໝາຍໃຫ້ປະກົດຜົນເປັນຈິງ.ເພື່ອເຮັດໃຫ້ສະມາຊິກພັກທຸກສະຫາຍ ກາຍເປັນສະມາຊິກພັກດີເດັ່ນ ແລະກາຍເປັນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຢ່າງຕໍ່ເນື່ອງ.
Cr: ຂ່າວ ແຂວງວຽງຈັນ






