ວັນທີ 14 ກຸມພາ 2025, ໄດ້ມີພິທີມອບ – ຮັບ ແລະ ເປີດນຳໃຊ້ທາງ ໂຄງການທຶນບໍລິຈາກຊ່ວຍເຫຼືອການກໍ່ສ້າງຂົວເບຕົງເສີມຫຼັກ ຫ້ວຍເພຍໄຟ ແລະ ກໍ່ສ້າງເສັ້ນທາງດິນແດງເຊື່ອມຕໍ່ ຈາກບ້ານໂຕະໂໝະທ່າ - ບ້ານປະທຸມພອນ - ບ້ານແຊງ ເມືອງປະທຸມພອນ ແຂວງຈໍາປາສັກ.
ພິທີຈັດຂຶ້ນຢູ່ບໍລິເວນຂົວຫ້ວຍເພຍໄພ ບ້ານປະທຸມພອນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ເຈົ້າແຂວງຈໍາປາສັກ, ທ່ານ ໄຊສົງຄາມ ມະໂນທໍາ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງໆປະທຸມພອນ, ທ່ານ ບຸນຖິດ ໄພຈິດ ປະທານບໍລິສັດ ພີ ແອນ ພີ ກໍ່ສ້າງຂົວ - ທາງ ຈໍາກັດ. ມີການນໍາພະແນກການ – ອົງການຈັດຕັ້ງຂັ້ນແຂວງ, ຂະແໜງການກ່ຽວຂ້ອງຂອງເມືອງປະທຸມພອນ, ການນໍາສະມາຄົມຈີນ, ສະມາຄົມຫວຽດນາມ, ນັກທຸລະກິດ, ຜູ້ປະກອບການ, ຄະນະພັກ - ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນຂອບເຂດເມືອງປະທຸມພອນ 14 ບ້ານ ເຂົ້າຮ່ວມ.
ທ່ານ ບາສີ ພອນແກ້ວ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈໍາປາສັກ ຕາງໜ້າໃຫ້ຄະນະຮັບຜິດຊອບໂຄງການ ໄດ້ລາຍງານຄວາມເປັນມາ ແລະ ຜົນສຳເລັດຂອງການກໍ່ສ້າງຂົວເບຕົງເສີມຫຼັກ ຫ້ວຍເພຍໄຟ ແລະ ເສັ້ນທາງດິນແດງ ເຊື່ອມຕໍ່ ຂົວດັ່ງກ່າວ ໂດຍສັງເຂບ. ໄລຍະເວລາການຈັດຕັ້ງປະຕິບັດວຽກກໍ່ສ້າງ ແຕ່ປີ 2023 – 2025, ລວມມູນຄ່າໃນການບໍລິຈາກທຶນຊ່ວຍເຫຼືອລ້າ ທັງໝົດປະມານ 9 ຕື້ 11 ລ້ານກວ່າກີບ.
ບັນດາກິດຈະກຳ ແລະ ໜ້າວຽກຕົ້ນຕໍຂອງໂຄງການ ປະກອບມີ ການກໍ່ສ້າງຂົວເບຕົງເສີມຫຼັກ ຫ້ວຍເພຍໄຟ ຍາວ 25 ແມັດ, ກວ້າງ 8 ແມັດ, ກໍ່ສ້າງເສັ້ນທາງດິນແດງເຊື່ອມຕໍ່ເຂົ້າຫົວຂົວ ຈາກບ້ານໂຕະໂໝະທ່າ - ບ້ານປະທຸມພອນ - ບ້ານແຊງ ເມືອງປະທຸມພອນ ຄວາມຍາວ ປະມານ 2 ກິໂລແມັດ. ດ້ານເຕັກນິກການອອກແບບ – ກໍ່ສ້າງ ຂົວຫ້ວຍເພຍໄພ ໄດ້ຄິດໄລ່ ອອກແບບໂຄງສ້າງຂົວເບຕົງ ຕາມມາດຕະຖານຂອງ AASHTO (HS20-40) ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກຳນົດ; ຄວາມອາດສາມາດໃນການຮັບນ້ໍາໜັກຂອງຂົວ 40ໂຕນ; ໂຄງສ້າງເສົາຂົວ ແລະ ໜ້າຂົວ ເປັນເບຕົງເສີມເຫຼັກ, ປະກອບມີສອງຄອງລົດແລ່ນ.
ໂຄງການນີ້, ທ່ານ ບູນຖິດ ໄພຈິດ ປະທານບໍລິສັດ ພີ ແອນ ພີ ກໍ່ສ້າງຂົວ - ທາງ ຈໍາກັດ ໃຫ້ສໍາພາດວ່າ: ໃນນາມຂ້າພະເຈົ້າເປັນລູກຫຼານທີ່ເກີດຢູ່ບ້ານປະທຸມພອນ ເຊິ່ງເປັນບ້ານໜຶ່ງ ທີ່ຕັ້ງຢູ່ລຽບຕາມແຄມແມ່ນ້ໍາຂອງ ແລະ ເປັນບ້ານດັ້ງເດີມຂອງເມືອງປະທຸມພອນ ທິດໃຕ້ຕິດຈອດກັບບ້ານແຊງ ແລະ ທິດເໝືອຕິດຈອດກັບບ້ານໂຕະໂໝະທ່າ, ມີສະຖານທີ່ທ່ອງທ່ຽວວັດຖຸບູຮານ ອຸບມົງ ເຊິ່ງເປັນເອກະລັກ ແລະ ຈຸດທ່ອງທ່ຽວທີ່ສໍາຄັນ ຂອງເມືອງປະທຸມພອນ, ປະຊາຊົນທີ່ອາໄສໃນເຂດ 3 ບ້ານນີ້ມີປະມານ 277 ຄອບຄົວ, ສ່ວນໃຫຍ່ແມ່ນປະກອບອາຊີບກະສິກໍາປູກຝັງ - ລ້ຽງສັດ, ຫາປາຕາມນໍ້າຂອງເປັນຫຼັກ. ຄອບຄົວຂອງພໍ່ກຸ ແມ່ ຈໍາປາ ໄພຈິດ ແລະ ລູກຫຼານ ກໍເປັນອີກຄອບຄົວໜຶ່ງ ທີ່ເຄີຍຢູ່ອາໄສໃນບ້ານປະທຸມພອນ.
ຍ້ອນເຫັນໄດ້ສະພາບຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນພາຍໃນເຂດບ້ານດັ່ງກ່າວ ທີ່ຍັງບໍ່ມີເສັ້ນທາງ ແລະ ຂົວ ເພື່ອທ່ຽວໄປມາຫາສູ່ກັນ ແລະ ຍ້ອນຄວາມຮັກເຊື້ອແພງຊາດ, ຮັກບ້ານເກີດເມືອງນອນ, ໃນຕົ້ນປີ 2023 ຂ້າພະເຈົ້າ ພ້ອມດ້ວຍຍາດພີ່ນ້ອງຄອບຄົວ ໄພຈິດ ເຊິ່ງຜູ້ເປັນລູກຫຼານ ຂອງພໍ່ກຸ ແມ່ຈໍາປາ ໄພຈິດ ກໍຄືລູກຫຼານຂອງຊາວບ້ານປະທຸມພອນ ຈິ່ງໄດ້ຕາງໜ້າ ໃຫ້ຄອບຄົວ ໄພຈິດ ເພື່ອສະເໜີເຈດຈໍານົງ ຕໍ່ອົງການປົກຄອງເມືອງປະທຸມພອນ ໂດຍສະເໜີຈະຊ່ວຍບໍລິຈາກທຶນ ໃນການກໍ່ສ້າງຂົວຫ້ວຍເພຍໄຟ ພ້ອມທັງ ກໍ່ສ້າງເສັ້ນທາງເຊື່ອມຕໍ່ເຂົ້າຂົວດັ່ງກ່າວ.
ພາຍຫຼັງການຄົ້ນຄວ້າ - ປຶກສາຫາລື ຮ່ວມກັນ ລະຫວ່າງ ອົງການປົກຄອງເມືອງປະທຸມພອນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຮ່ວມກັບ ຜູ້ປະກອບການພາຍໃນແຂວງຈໍາປາສັກ ທີ່ຂື້ນກັບພະແນກໂຍທາທິການ ແລະ ຂົນສົ່ງ. ຈາກນັ້ນຈິ່ງໄດ້ມີການຕົກລົງເຫັນດີເປັນເອກະພາບຮ່ວມກັນ ໃນການຈັດຕັ້ງປະຕິບັດ ດັ່ງນີ້:
ທ່ານ ອາທິບ ໄພຈິດ ຮອງປະທານ ບໍລິສັດ ພີແອັນພີ ກໍ່ສ້າງຂົວ - ທາງ ຈໍາກັດ ແມ່ນຊ່ວຍບໍລິຈາກທຶນເຂົ້າໃນການກໍ່ສ້າງຂົວ ມູນຄ່າ 8 ຕື້ 499 ລ້ານກວ່າກີບ ໂດຍແມ່ນ ບໍລິສັດ ພີແອັນພີ ກໍ່ສ້າງຂົວ - ທາງ ຈໍາກັດ ເປັນຜູ້ດໍາເນີນຂັ້ນຕອນການກໍ່ສ້າງ, ບໍລິສັດ ພີເຄ ວິສະວະກຳທີ່ປຶກສາ ຂົວທາງ ຈຳກັດ ແມ່ນຊ່ວຍປະກອບທຶນເຂົ້າໃນວຽກການສໍາຫຼວດ – ອອກແບບ – ຕິດຕາມເຕັກນິກ ໃນເວລາການກໍ່ສ້າງ ມູນຄ່າ 512 ລ້ານກວ່າກີບ. ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຮ່ວມກັບ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງປະທຸມພອນ ເປັນເຈົ້າຂອງໂຄງການ ຊ່ວຍຊີ້ນໍາ – ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ.
ຈຸດປະສົງ ໃນການກໍ່ສ້າງຂົວເບຕົງເສີມຫຼັກ ຫ້ວຍເພຍໄຟ ແລະ ກໍ່ສ້າງເສັ້ນທາງດິນແດງເຊື່ອມຕໍ່ 3 ບ້ານນີ້ ກໍເພື່ອເຮັດໃຫ້ເສັ້ນທາງລຽບແຄມຂອງ ຈາກບ້ານໂຕະໂໝະທ່າ - ບ້ານປະທຸມພອນ - ບ້ານແຊງ ສາມາດເຊື່ອມຈອດກັນ ແລະ ອໍານວຍຄວາມສະດວກແກ່ການສັນຈອນໄປມາໄດ້ ທັງລະດູແລ້ງ ແລະ ລະດູຝົນ.
ນອກນີ້, ກໍເພື່ອສ້າງເງື່ອນໄຂ ເອື້ອອໍານວຍຄວາມສະດວກ ແກ່ການຄົມມະນາຄົມ - ຂົນສົ່ງ ຜົນຜະລິດກະສິກໍາ ພາຍໃນທ້ອງຖິ່ນ ຕິດພັນການການສົ່ງເສີມການທ່ອງທ່ຽວສະຖານທີ່ບູຮານ ອຸບມົງ ເຊິ່ງນອນໃນເຂດມໍລິດົກໂລກ ວັດພູຈໍາປາສັກ ທັງເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດ 3 ບ້ານ ກໍຄືຊາວເມືອງປະທຸມພອນ ໃຫ້ດີຂື້ນລື່ນເກົ່າ. ສໍາລັບການດໍາເນີນໂຄງການ ແມ່ນມີຄວາມສະດວກສະບາຍ, ຄະນະພັກ - ອົງການປົກຄອງທຸກຂັ້ນ ຕະຫຼອດພໍ່ແມ່ປະຊາຊົນແຕ່ລະບ້ານລ້ວນແລ້ວແຕ່ໃຫ້ຄວາມຮ່ວມມືເປັນຢ່າງດີ.
ທ່ານ ບຸນເຫຼື່ອມ ໝັ້ນວິໄລສັກ ໄດ້ຕາງໜ້າຄອບຄົວ ໄພຈິດ ກໍໄດ້ກ່າວມອບໂຄງການ. ພ້ອມນີ້,ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ ກໍໄດ້ຕາງໜ້າຄະນະ - ອົງການປົກຄອງເມືອງ ແລະ ບ້ານ ກ່າວຮັບໂຄງການ ພ້ອມທັງກ່າວມອບໃຫ້ຄະນະພັກ - ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໂດຍສະເພາະໃນເຂດ 3 ບ້ານ ເປັນຜູ້ປົກປັກຮັກສາ ແລະ ນໍາໃຊ້ໃຫ້ມີຄວາມຍືນຍົງ.
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ກໍມີຄຳເຫັນ ຕໍ່ຜົນສໍາເລັດຂອງການກໍ່ສ້າງຂົວເບຕົງເສີມເຫຼັກ ແລະ ເສັ້ນທາງດິນແດນເຊື່່ອມຈອດ 3 ບ້ານດັ່ງກ່າວ ພ້ອມທັງມອບໃບຍ້ອງ ໃຫ້ພາກສ່ວນຜູ້ບໍລິຈາກທຶນຊ່ວຍເຫຼືອ ເຊິ່ງໃຫ້ກຽດມອບໂດຍ ທ່ານ ເຈົ້າແຂວງຈໍາປາສັກ.
ຕອນທ້າຍພິທີ ກໍມີການຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນນິມິດໝາຍອັນດີ ແກ່ການເປີດນໍາໃຊ້ຂົວ ແລະ ເສັ້ນທາງດັ່ງກ່າວ.
ພາບ – ຂ່າວ: ທູນທອງໃຈ, ປະພິດ






