ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ 3 ໂຄງການ ຢູ່ເມືອງປາກຊັນ

Feb 16, 2025

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາເຂດອຸດສາຫະກຳ ຢູ່ເຂດບ້ານກ້ວຍອຸດົມ, ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ການກໍ່ສ້າງສະໜາມກ໋ອບຄົບວົງຈອນ ແລະ ບັນດາກິດຈະການທີ່ຕິດພັນ ຢູ່ເຂດອ່າງຫ້ວຍສຽດ ແລະ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ການສ້າງເຂດທ່າເຮືອທີ່ທັນສະໄໝ ແລະ ທ່ອງທ່ຽວທາງນ້ຳ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 13 ກຸມພານີ້ ຢູ່ໂຮງແຮມດອກຈໍາປາ ເມືອງປາກຊັນ.
ໂດຍການລົງນາມຂອງທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ແລະ ທ່ານ ແອັດ ພັນນີວົງ ອໍານວຍການບໍລິສັດ ອິນແປງກຣຸບ ຈຳກັດຜູ້ດຽວ, ໂດຍຊ້ອງໜ້າ ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄໍາໄຊ, ມີການນໍາຂອງແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ບໍລິສັດອິນແປງກຣຸບ ຈຳກັດຜູ້ດຽວ ຕ້ອງການສຶກສາຄວາມ ເປັນໄປໄດ້ໃນການລົງທຶນພັດທະນາເຂດອຸດສາຫະກຳ ແລະ ການບໍລິການດ້ານກິລາ ແລະ ການທ່ອງທ່ຽວ ໃນໄລຍະເວລາສຶກສາຄວາມເປັນໄປໄດ້ 12 ເດືອນ.
ສໍາລັບໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດ ທະນາເຂດອຸດສາຫະກຳ ແມ່ນຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ໃນເນື້ອທີ 1,042 ເຮັກຕາ, ໂຄງການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາ ໂຄງການກໍ່ສ້າງສະໜາມກ໋ອບຄົບວົງຈອນ ແລະ ບັນດາກິດຈະການທີ່ຕິດພັນ ເຂດອ່າງຫ້ວຍສຽດ ເມືອງປາກຊັນ ໃນເນື້ອທີ 170 ກວ່າເຮັກຕາ ແລະ ໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາ ໂຄງການສ້າງເຂດທ່າເຮືອທີ່ທັນສະໄໝ ແລະ ທ່ອງທ່ຽວທາງນ້ຳ ເຂດບ້ານປາກຊັນ ເມືອງປາກຊັນ ໃນເນື້ອທີ 70 ເຮັກຕາ.
Cr: ສີປະເສີດ