ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ ​ແລະຈີນ​ ຮ່ວມກັນ​ແກ້ໄຂ​ເຫດໄຟໄໝ້ຢູ່​ອຸດົມ​ໄຊຢ່າງໃກ້ຊິດ

Feb 16, 2025

ຕອນ​ບ່າຍ​ວັນ​ທີ 14 ກຸມພາ​ນີ້, ຍ້ອນໄດ້ຮັບການມອບໝາຍຈາກ ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ, ທ່ານ ຈ່າງເຊີ້ຜິງ (Zhang Sheping) ຫົວໜ້າກົງສູນຈີນປະຈຳ​ແຂວງ​ຫຼວງ​ພະ​ບາງ ​ໄດ້​ນຳພາ​ທີມງານ ເດີນທາງໄປ​ແຂວງ​ອຸດົມ​ໄຊ ​ເພື່ອສົມທົບກັບທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າ​ແຂວງອຸດົມໄຊ ​ແກ້​ໄຂ​ເຫດການ​ໄຟໄໝ້ຢູ່ບ້ານນາໝີ ເມືອງໄຊ ທີ່ເກີດຂຶ້ນໃນຕອນເຊົ້າຂອງມື້ດຽວກັນ.
ສອງ​ຝ່າຍ​ໄດ້​ກວດກາ​ສະຖານ​ທີ່​ໄຟໄໝ້ ​ແລະໄປ​ຢາມ​ຜູ້​ບາດ​ເຈັບຢູ່ໂຮງໝໍ, ພ້ອມທັງ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ປະຊາຊົນ​ລາວ​ ແລະຈີນ ​ທີ່​ເສຍ​ຊີວິດ​ໃນ​ເຫດການຄັ້ງນີ້ ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ຄອບຄົວເຂົາເຈົ້າ.
ທ່ານ Zhang Sheping ກ່າວ​ວ່າ : ເຫດ​ໄຟໄໝ້​ໄດ້​ເຮັດ​ໃຫ້​ຊາວຈີນ ແລະຊາວລາວ​ບາດ​ເຈັບ​ ແລະເສຍຊີວິດຈໍານວນໜຶ່ງ ເຊິ່ງເປັນ​ເລື່ອງ​ທີ່​ໜ້າ​ເສົ້າ​ໃຈທີ່ສຸດ. ວຽກທີ່ຮີບດ່ວນທີ່ສຸດແມ່ນຕ້ອງປິ່ນປົວຜູ້ບາດເຈັບ ແລະມ້ຽນຄາບອາບສົບຜູ້ເສຍຊີວິດໃຫ້ເປັນຢ່າງດີ. ຫວັງ​ວ່າ​ຝ່າຍ​ລາວ​ຈະ​ເລັ່ງສືບສວນ​-ສອບ​ສວນ​ຫາ​ສາ​ເຫດ​ທີ່​ເກີດ​ຂຶ້ນ​ ແລະ​ແຈ້ງ​ໃຫ້​ຝ່າຍ​ຈີນ​ຊາບ​. ຈີນ​ຍິນດີຮ່ວມ​ມື​ກັບ​ລາວ​ຢ່າງ​ໃກ້ຊິດ​ ເພື່ອ​ແກ້ໄຂເຫດການດັ່ງກ່າວໃຫ້ດີ.
ທ່ານ ບຸນຄົງ ກ່າວ​ວ່າ: ພາຍຫຼັງ​ເກີດ​ເຫດໄຟໄໝ້ແລ້ວ, ຝ່າຍ​ລາວ​ໄດ້​ເອົາ​ໃຈ​ໃສ່​ເປັນ​ຢ່າງສູງ, ອົງການປົກຄອງທ້ອງ​ຖິ່ນ​ໄດ້​ສົ່ງ​ໜ່ວຍງານມອດໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ​ໄປ​ຊ່ວຍ​ເຫຼືອ ​ແລະ​ກອບກູ້ທັນທີ. ຝ່າຍ​ລາວ​ພວມ​ດຳ​ເນີນ​ການ​ສືບສວນ​-ສອບ​ສວນ​ ຫາ​ສາ​ເຫດ​ທີ່​ເກີດ​ຂຶ້ນ​ຢ່າງ​ເປັນຂັ້ນຕອນ ​ແລະຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ຝ່າຍ​ຈີນ​ເພື່ອ​ຮ່ວມ​ກັນ​ແກ້ໄຂບັນຫານີ້.
Cr: CMG FM93