ວັນທີ 14 ກຸມພາ 2025 ຫ້ອງວ່າການເມືອງບໍລິຄັນ ອອກແຈ້ງການປິດການຊົມໃຊ້ຂົວເບເລ ຂ້າມນໍ້າຢາງ ຢູ່ເສັ້ນທາງເລກທີ 5102 ແຕ່ບໍລິຄັນ-ບ້ານພູຄໍາ, ເມືອງບໍລິຄັນ,ແຂວງບໍລິຄຳໄຊ.
ປະຈຸບັນຂົວດັ່ງກ່າວແມ່ນມີການເປ່ເພ (ຂາງຂົວຫັກ 1 ບັ້ນ) ເຮັດໃຫ້ບໍ່ສາມາດໄປ-ມາໄດ້ ສະນັ້ນ, ຈິ່ງແຈ້ງມາເພື່ອຊາບດັ່ງນີ້:
1. ຢູ່ໃນໄລຍະທີ່ບໍ່ຫັນໄດ້ມີການສ້ອມແປງນີ້ແມ່ນຫ້າມພະນັກ ງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ພໍ່ຄ້າ ຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ນໍາລົດທຸກປະເພດ ສັນຈອນແລ່ນຜ່ານຂົວດັ່ງກ່າວຢ່າງເດັກຂາດ ໃຫ້ນຳໃຊ້ທາງເວັ້ນກ່ອນ ເມື່ອມີການສ້ອມແປງແລ້ວຈຶ່ງແຈ້ງເປີດໃຫ້ສັນຈອນແລ່ນຜ່ານໄດ້.
2. ຖ້າຫາກວ່າບຸກຄົນຜູ້ໃດຫາກລະເມີດເຮັດໃຫ້ຂົວດັ່ງກ່າວເປ່ເພ ຫລື ຫັກຕໍ່ໄປ ແມ່ນບຸກຄົນນັ້ນຕ້ອງໄດ້ຮັບຜິດຊອບຕໍ່ມູນຄ່າການເສຍຫາຍທັງໝົດ ແລະ ສ້ອມແປງດິນໃຫ້ຢູ່ໃນສະພາບເດີມ.
3. ມອບໃຫ້ອົງການປົກຄອງບ້ານແຕ່ລະບ້ານເປັນເຈົ້າການໃນການແຈ້ງໃຫ້ພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນຈຶ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ.





