ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຮມຊຸມນຸມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຊະນະຄາມ ຄັ້ງທີ VIII.

Feb 16, 2025

ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງຊະນະຄາມ ຄັ້ງທີ VIII ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 15 ກຸມພາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ແກ້ວ ພິມມະວົງ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ, ແຂວງວຽງຈັນ.
ສະຫາຍ ແກ້ວ ພິມມະວົງ ໄດ້ຍົກໃຫ້ເຫັນຜົນສໍາສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະຄາມ ຄັ້ງທີ VIII , ທີ່ໄດ້ໄຂຂຶ້ນວັນທີ 13 -14 ກຸມພາ 2025
ກອງປະຊຸມໄດ້ທົບທວນຄືນຜົນສໍາເລັດໃນການນໍາພາ-ຊີ້ນໍາການພັດທະນາເສດຖະ ກິດ-ສັງຄມຂອງເມືອງໃນໄລຍະ 5 ປີ ຜ່ານມາ ເພື່ອຍົກໃຫ້ເຫັນດ້ານດີ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍໜ້າ, ພ້ອມທັງກໍານົດທິດທາງໜ້າ ທີ່ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າເຂົ້າໃນວຽກງານສໍາຄັນ ເປັນຕົ້ນ: ເອົາໃຈໃສ່ເພີ່ມທະວີບົດບາດການນຳພາ ແລະ ເຊີດຊູຄວາມສາມາດກຳອຳນາດຂອງພັກ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ກໍານົດເປົ້າໝາຍສູ້ຊົນເຮັດໃຫ້ເສດຖະກິດ ຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ຖືກທິດດ້ວຍການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບອຸດສາຫະກຳ-ຫັດຖະກຳປຸງແຕ່ງ ແລະສືບຕໍ່ພັດທະນາເມືອງຊະນະຄາມໃຫ້ເປັນເມືອງທາງຜ່ານຕິດພັນກັບການບໍລິການ ໃນຮູບແບບການທ່ອງທ່ຽວແບບຍືນຍົງ ແລະ ອື່ນໆ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງສະໄໝທີ່ VIII ໃນຈໍານວນ 23 ສະຫາຍ, ເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫ່ຍຜູ່ແທນອົງຄະນະພັກແຂວງວຽງຈັນຄັ້ງທີ VII ເຊິ່ງປະກອບມີຜູ້ແທນສົມບູນ 17 ສະຫາຍ, ຍິງ 3 ສະຫາຍ ແລະ ສໍາຮອງ 2 ສະຫາຍ, ຍິງ 0 ສະ ຫາຍ, ເລືອກຕັ້ງເອົາຄະນະ​ປະຈຳ​ພັກ​ເມືອງ 07 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ ສະຫາຍ ແກ້ວ ພິມມະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ; ສະຫາຍ ດອນ ລາດຊະວົງ ແລະ ສະຫາຍ ບຸນຊ່ວງ ວັນສີ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
​ເລືອກເອົາ ສະຫາຍ ບົວໄລ ລາຊະພົນ ເປັນປະທານກວດກາພັກເມືອງ; ສະຫາຍ ແສງດາວ ສຸກສະຫວັນ ແລະ ສະຫາຍ ນາງ ອໍາມອນ ທໍາມະວົງ ເປັນຮອງປະທານກວດກາພັກເມືອງ.
Cr: ຂ່າວແຂວງວຽງຈັນ