ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມກໍ່ສ້າງເສັ້ນທາງ ແຕ່ເມືອງກວັນ-ບ້ານຕັ້ງເສົ້າ-ຊາຍແດນຫວຽດນາມ

Feb 16, 2025

ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງຫຼັກແຕ່ ເມືອງກວັນ-ບ້ານຕັ້ງເສົ້າ-ຊາຍແດນຫວຽດນາມ ແຂວງຫົວພັນ ລະຫວ່າງກົມໃຫຍ່ເສນາທິການກອງທັບ ກັບ ບໍລິສັດ ສະຫວັນໄຊກໍ່ສ້າງ ແລະ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ.
ສະຫາຍ ພັນໂທ ສຸລະສັກ ພິພັດຜົນ, ຮອງຫົວໜ້າພະແພກກໍ່ສ້າງ-ຂົວທາງ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານ ໂດຍອີງຕາມທິດຊີ້ນໍາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຊີ້ນໍາໂຄງການບໍລິເວນຊາຍແດນ ລາວ-ຫວຽດນາມ, ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດເຊັນສັນຍາໂຄງການກໍ່ ສ້າງເສັ້ນທາງແຕ່ ເມືອງກວັນ-ບ້ານຕັ້ງເສົ້າ-ຊາຍແດນຫວຽດນາມ ແຂວງຫົວພັນ, ສັນຍາສະບັບນີ້ ແມ່ນສັນຍາວ່າດ້ວຍການກໍ່ສ້າງ ແລະ ການຊໍາລະມູນຄ່າກໍ່ສ້າງໂຄງ ການກໍ່ສ້າງເສັ້ນທາງ ແລະ ກິດຈະການປ້ອງກັນຊາດ. ໃນນັ້ນ, ລວມມີບັນດາໜ້າວຽກຕ່າງໆທີ່ກ່ຽວຂ້ອງ ແລະ ລະບຸໄວ້ໃນເອກະສານຊ້ອນທ້າຍ ຂອງສັນຍາ ກົມໃຫຍ່ເສນາທິການ ແລະ ບໍລິສັດ ສະຫວັນໄຊກໍ່ສ້າງ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໄດ້ຕົກ ລົງເປັນເອກະພາບກັນສ້າງສັນຍາ, ສະບັບນີ້ເພື່ອກໍ່ສ້າງເສັ້ນທາງແຕ່ ເມືອງກວັນ-ບ້ານຕັ້ງເສົ້າ-ຊາຍແດນຫວຽດນາມ, ແຂວງຫົວພັນ, ໄລຍະທາງ 47.197 ກິໂລແມັດ, ມູນຄ່າທັງໝົດ 220.221.470.000 ກວ່າກີບ, ການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນທາງຊັ້ນ VI ເຂດພູດອຍ, ຄວາມກ້ວາງໜ້າທາງ 6 ແມັດ, ຕາມມາດຕະຖານເຕັກ ນິກຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ.
ຮ່ວມລົງນາມເຊັນຍາ ແມ່ນ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ທ່ານ ດວງຈັນ ດວງປະເສີດ ປະທານ ບໍລິສັດ ສະ ຫວັນໄຊກໍ່ສ້າງ ແລະ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ.
Cr: ເຂັມພອນ