ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມສ ເພຍວັດໄດ້ຮັບອຸປະກອນປະຖົມພະຍາບານນຳໃຊ້ເຂົ້າໃນໂຮງຮຽນ

Feb 16, 2025

ໃນວັນທີ 13 ກຸມພາ 2025 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ (ມສ ເພຍວັດ) ອົງການກາແດງແຫ່ງຊາດລາວ ໄດ້ມອບອຸປະກອນການປະຖົມພະຍາບານ ໃຫ້ໂຮງຮຽນດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນວຽກງານປະຖົມພະຍາບານ ກ່າວມອບໂດຍ ທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງແຫ່ງຊາດລາວ ກ່າວຮັບໂດຍທ່ານ ສຸລິເຍດ ແກ້ວມະນີວົງ ຜູ້ອຳນວຍການໂຮງຮຽນ ມສ ເພຍວັດ ມີທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຮຸ່ນແອ່ນນີ ໄອແພັດ ປັກສຽບໄຟຟ້າ ຖົງປະຖົມພະຍາບານ ໂທລະພາຍ ຜ້າຢາງເປົ່າປາກ ໜ້າກາກຫຸ່ນ ຖົງປອດ ຫຼອດລົມໃສ່ຮຸ່ນ ແລະ ກະດານໂລໂກ້ ລວມມູນຄ່າທັງໝົດ 84.187.313 ກີບ ໂດຍໄດ້ຮັບການສະໜັບສະໜູນຈາກສະພາກາແດງ ສປ ຈີນ.
ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວເນັ້ນວ່າ: ວຽກງານປະຖົມພະຍາບານ ແມ່ນວຽກງານສຳຄັນຈຳເປັນຫຼາຍໃນສັງຄົມ ໃນກໍລະນີເຫດການສຸກເສີນຕ່າງໆ ໂດຍສະເພາະໃນສະຖາບັນການສຶກສາ ແລະ ອື່ນໆ ນອກຈາກການຮຽນຮູ້ທາງດ້ານທິດສະດີແລ້ວ ຕ້ອງມີການລົງປະຕິບັດຕົວຈິງ ສິ່ງສຳຄັນແມ່ນອຸປະກອນການປະຖົມພະຍາບານເບື້ອງຕົ້ນ ເຊິ່ງນອກຈາກການມອບອຸປະກອນໃນຄັ້ງນີ້ ຍັງໄດ້ມີຄະນະຄູຝຶກຈາກອົງການກາແດງແຫ່ງຊາດລາວ ຈະມາຝຶກອົບຮົມໃຫ້ກັບຄະນະຄູ-ອາຈານ ແລະ ຊາວໜຸ່ມນັກຮຽນ ມສ ເພຍວັດ ເພື່ອຮຽນຮູ້ບັນດາເຕັກນິກຕ່າງໆ ໃນການຊ່ວຍເຫຼືອປະຖົມພະຍາບານ ໃນກໍ ລະນີພົບເຫດການສຸກເສີນຕ່າງໆ ຢ່າງຖືກວິທີ.
ພ້ອມນີ້ ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ ໄດ້ກ່າວສະແດງຄວາມຂອບໃຈນຳປະທານອົງການກາແດງແຫ່ງຊາດລາວ ພ້ອມທີມງານຄູຝຶກ ແລະ ພາກສ່ວນກ່ຽວຂ້ອງທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ແລະ ພ້ອມທີ່ຈະສຶກສາຮຽນຮູ້ນຳທີມງານຄູຝຶກທີ່ຖ່າຍທອດຄວາມຮູ້ ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ ກໍຈະສືບຕໍ່ຜັນຂະຫຍາຍແນະນຳໃຫ້ຄວາມຮູ້ແກ່ຄູ-ອາຈານ ແລະ ນັກຮຽນ ພາຍໃນໂຮງຮຽນ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານດັ່ງກ່າວ ແລະ ສາມາດຈັດຕັ້ງປະຕິບັດຕົວຈິງໄດ້ ພ້ອມຈະນຳໃຊ້ອຸປະກອນທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ.
ທີ່ມາ: ວຽງຈັນໃໝ່
See insights and ads

Boost post
All reactions:

1