ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມ ເຜີຍແຜ່ຜົນການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ໃນວັນທີ 14 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ.
ການສຳຫລວດດັດສະນີໝາຍສັງຄົມລາວ ຄັ້ງທີ III ໄດ້ຢືນຢັນໃຫ້ເຫັນເຖິງຜົນປະໂຫຍດ ທີ່ສຳຄັນຂອງການຢູ່ລອດ ຂອງເດັກນ້ອຍ, ສຸຂະພາບຈະເລີນພັນ, ສຸຂະພາບຂອງແມ່ ແລະ ການເຂົ້າເຖິງນໍ້າດື່ມທີ່ສະອາດ ພ້ອມທັງສະແດງເຖິງຄວາມຕັ້ງໃຈຂອງລັດຖະບານໃນການລົງທຶນໃນການຜະລິດຂໍ້ມູນທີ່ມີຄຸນນະພາບ.
ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ກ່າວວ່າ: ການສຳຫລວດຄັ້ງນີ້, ໄດ້ເຮັດໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານ ໃນການເລັ່ງລັດໃຫ້ມີຄວາມຄືບໜ້າ ໃນການປັບປຸງຄຸນນະພາບຂອງການດຳລົງຊີວິດຂອງບັນດາຄົວເຮືອນ ແລະ ເດັກນ້ອຍທີ່ມີຄວາມສ່ຽງ. ເຖິງຢ່າງໃດກໍຕາມ, ອັດຕາການເພີ່ມຂຶ້ນຂອງພາວະຂາດສານອາຫານ ແລະ ພາວະຈ່ອຍຜອມໃນເດັກນ້ອຍ, ຄວາມບໍ່ສະເໝີພາບທາງດ້ານການສຶກສາ ແລະ ອັດຕາການແຕ່ງງານຂອງເດັກທີ່ສູງ ຍັງຄົງເປັນອຸປະສັກອັນໃຫຍ່ຫລວງ.
ທ່ານ ບິລາລ ອູແຣັບ ເຊັບ ດູຣານິ ຜູ້ຕາງໜ້າຈາກອົງການອຸຍນິເຊັບ ປະຈຳ ສປປ ລາວ ໄດ້ເນັ້ນວ່າ ຜົນຕອບຮັບດັ່ງກ່າວ ໄດ້ເຕືອນໃຫ້ພວກເຮົາຮັບຮູ້ໄດ້ວ່າ ເດັກນ້ອຍທຸກຄົນ, ບໍ່ວ່າຈະຢູ່ບ່ອນໃດກໍຕາມ ສົມຄວນໄດ້ຮັບການດູແລສຸຂະພາບທີ່ມີຄຸນນະພາບ, ໂພຊະນາການທີ່ພຽງພໍ, ການປົກປ້ອງ ແລະ ໂອກາດທີ່ຈະຮຽນຮູ້ ແລະ ຈະເລີນເຕີບໃຫຍ່. ການສຳຫລວດດັດສະນີໝາຍສັງຄົມລາວຄັ້ງທີ III ຈະນໍາພາຄວາມພະຍາຍາມຮ່ວມກັນຂອງອຸຍນິເຊັບ ກັບລັດຖະບານ ແລະ ຄູ່ຮ່ວມງານ ເພື່ອຮັບປະ ກັນບໍ່ໃຫ້ເດັກຖືກປະຖິ້ມໄວ້ຂ້າງຫລັງ. ໃນຂະນະທີ່ ສປປ ລາວ ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (NSEDP) ໃນປີ 2025 ໃຫ້ສຳເລັດ, ຫລັກຖານຈາກການສໍາຫລວດດັດສະນີໝາຍສັງຄົມລາວຄັ້ງທີ III ຈະມີຄວາມສໍາຄັນຕໍ່ການສ້າງນະໂຍບາຍ ສົ່ງເສີມສິດທິເດັກ, ການເພີ່ມທະວີການເຂົ້າເຖິງການສຶກສາທີ່ມີ ຄຸນນະພາບ ແລະ ການດູແລສຸຂະພາບ, ການຫລຸດຜ່ອນຄວາມບໍ່ເທົ່າທຽມກັນໃນທົ່ວພາກພື້ນ, ກຸ່ມຊົນເຜົ່າທີ່ມີຫລາກຫລາຍພາສາ ແລະ ລະດັບລາຍໄດ້, ຜົນຂອງການສຳຫຼວດໄດ້ສະໜອງຂໍ້ມູນ ສຳລັບການສ້າງແຜນຈັດຕັ້ງປະຕິບັດເພື່ອເຮັດໃຫ້ເດັກເປັນຈຸດສູນກາງຂອງການພັດທະນາຂອງປະເທດຊາດ.
ການສໍາຫລວດດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນ ທາງດ້ານເຕັກນິກ ແລະ ງົບປະມານຈາກອົງການສະຫະປະຊາຊາດ ສຳລັບເດັກ, ສະຫະພາບເອີຣົບ, ລັດຖະບານອົດສະຕຣາລີ, ສະຫະລັດອາເມລິກາ, ລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ບັນຄູ່ຮ່ວມພັດທະນາ.
ທີ່ມາ: ຂປລ



See insights
Boost a post
Like
Comment
Send
Share


