ເນື່ອງໃນໂອກາດ ເມືອງຮຸນ ກະກຽມໄຂກອງປະຊຸມໃຫຍ່ ອົງ ຄະນະພັກເມືອງຮຸນ ຄັ້ງທີ XIII ໃນຕອນແລງຂອງເວລາ 18:00 ນາທີ ວັນທີ 16 ກຸມພາ 2025 ການນໍາ ພັກ-ລັດ ເມືອງຮຸນ ນໍາໂດຍ ສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຮຸນ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ, ສອງກຳລັງປະກອບອາວຸດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນ ພາຍໃນເມືອງ ໄດ້ນຳເອົາ ກະຕ່າດອກໄມ້ ເຂົ້າວາງກະຕາດອກໄມ້ ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູ, ຮູ້ບຸນຄຸນ ແລະ ລະນຶກເຖິງ ຄຸນງາມ ຄວາມດີ ຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງທົ່ວປວງຊົນລາວທັງຊາດ, ທີ່ໄດ້ອຸທິດຕົນ ເຂົ້າໃນພາລະກິດປະຕິວັດປົດປ່ອຍຊາດ, ຍາດເອົາເອກະລາດ, ອິດສະຫຼະພາບ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນລາວທັງຊາດ, ນຳພາປະເທດຊາດກ້າວຂຶ້ນສູ່ສັງກາດໃໝ່ ແລະ ມີຖານະອັນສົມກຽດໃນເວທີສາກົນ.
ປະທານ ໄກສອນ ພົມວິຫານ ເປັນລູກຮັກແສນແພງຜູ້ປະ ເສີດ ຂອງປະຊາຊົນລາວບັນດາເຜົ່າ, ເປັນວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວລາໃດກໍ່ເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ຊື່ສຽງຮຽງນາມ, ຄູນງາມຄວາມດີອັນລໍ້າເລີດຂອງ ປະທານ ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີໃນທຸກຊັ້ນຄົນ, ທຸກສາສະໜາ, ທຸກເພດໄວ ແລະ ບັນດາປະຊາຊາດ ທີ່ຮັກຫອມສັນຕິພາບໃນທົ່ວໂລກ. ຊີວິດ ແລະ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຍືນຍົງໃນດວງໃຈຂອງປວງຊົນລາວທັງຊາດ ຕະຫຼອດໄປ.
ຂ່າວ ຄຳພັນ ແກ້ວມະນີ





