ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນອົງຄະນະພັກເມືອງຄອບ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 17 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ.
ໂດຍເປັນປະທານຂອງ ສະຫາຍ ສົມນຶກ ສິງຄໍາ ເລຂາພັກເມືອງ ວ່າການເຈົ້າເມືອງໆຄອບ , ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 101 ສະຫາຍ, ຍິງ 15 ສະຫາຍ. ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1,532 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຕີລາຄາຄືນໃນການຈັດຕັງປະຕິບັດວຽກງານຜົນງານ, ໄຊຊະນະທີ່ຍາດມາໄດ້, ຍົກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ພ້ອມກັນກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງຄອບ ແຕ່ນີ້ຮອດປີ 2029, ໂດຍລວມແລ້ວເມືອງຄອບ ແມ່ນມີການປ່ຽນແປງຢ່າງຕັ້ງໜ້າເປັນຕົ້ນແມ່ນ: ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ, ເສດຖະກິດຂະຫຍາຍຕົວສະເລ່ຍໃນລະດັບ 7.15%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍບັນລຸໄດ້ 873 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 24 ລ້ານກີບ ເທົ່າກັບ 41% ຂອງແຜນການ, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 19.91 ຕື້ກີບ, ເທົ່າກັບ 135.72% ຂອງແຜນການ 5 ປີ, ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 14.39 ຕື້ກີບ ເທົ່າກັບ 99.57%, ດ້ານກະສິກໍາ ມີເນື້ອທີ່ປູກເຂົ້າທັງໝົດ 4,999.2 ເຮັກຕາ, ຜົນຜະລິດທັງໝົດ 21,092 ໂຕນ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 616 ກິໂລຕໍ່ຄົນຕໍ່ປີ, ເຂົ້ານາແຊງເນື້ອທີ່ 385.50 ເຮັກຕາ, ຜົນຜະລິດ 1,790 ໂຕນ; ເຂົ້າໄຮ່ເນື້ອທີ 1,255.50 ເຮັກຕາ, ຜົນຜະລິດ 2,511 ໂຕນ, ປູກພືດສະບຽງອາຫານ ແລະ ໝາກໄມ້ໃຫ້ໝາກ ມີເນື້ອທີ່ທັງໝົດ 1,397.87 ເຮັກຕາ, ຜົນຜະລິດ 6,688.65 ໂຕນ, ປູກພືດເປັນສິນຄ້າສົ່ງອອກມີເນື້ອທີ່ທັງໝົດ 6,908.27 ເຮັກຕາ ຜົນຜະລິດ 198,398.58 ໂຕນ, ການປູກຢາງພາລາ ເນື້ອທີ່ທັງໝົດ 7,567.1 ເຮັກຕາ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 154.26% ເພີ່ມຂຶ້ນ 3,470.93 ເຮັກຕາ, ມີເນື້ອທີ່ໃຫ້ຜົນຜະລິດ 4,550.5 ເຮັກຕາ, ຜົນຜະລິດທັງໝົດ 21,051.39 ໂຕນ.
ກອງປະຊຸມຄັ້ງນີ້, ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ VI, ເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ, ເພື່ອສືບຕໍ່ຊີ້ນຳ-ນຳພາເມືອງຊຽງຄອບ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ. ວາລະສຸດທ້າຍ ຍັງຈະໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ຕື່ມອີກ.
ກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.
ພາບ-ຂ່າວ: ພົມມະນີ ອິນສະຫວັນ





