ທ່ານ ບຼົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ແຂວງຫຼວງພະບາງ 3 ລ້ານໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການປັບປຸງການບໍລິການຂົນສົ່ງສາທາລະນະ ຫຼື ໂຄງການຂົນສົ່ງ ແລະ ຕົວເມືອງຫຼວງພະບາງທີ່ຍືນຍົງ ເຊິ່ງແຜນດັ່ງກ່າວຈະເປັນແຜນແມ່ບົດທີ່ຄວບຄຸມທັງໝົດໃນການສັນຈອນພາຍໃນນະຄອນ ຫຼວງພະບາງ ແຕ່ປີ 2025-2045 ໂດຍຈະມີການທົດລອງບໍລິການລົດສາທາລະນະເຂົ້າເຖິງແຫລ່ງທ່ອງທ່ຽວ ໂດຍບໍ່ເສຍຄ່າ (ຟຣີ) ເລີ່ມແຕ່ວັນທີ 24 ກຸມພາ ຫາ 3 ມີນາ 2025.
ໃນການທົດລອງ ແມ່ນຈັດຕັ້ງປະຕິບັດຢູ່ 3 ເສັ້ນທາງ ຄື: 1). ສະເພາະຢູ່ໃນເຂດ1 ແລະ ເຂດ2 ຂອງມໍລະດົກໂລກຫຼວງພະບາງ ຈະເຮັດເປັນຈຸດຈອດ ແລະ ຈອນ (Park and Ride) ໝາຍຄວາມວ່າຄົນທີ່ຈະເຂົ້າໄປໃນ ເຂດ1 ແລະ ເຂດ 2 ຂອງມໍລະດົກໂລກ ຕ້ອງເອົາລົດມາຈອດໄວ້ເດີ່ນທາດຫຼວງຂອງແຂວງຫຼວງພະບາງ ທັງໝົດ ຈາກນັ້ນໃຫ້ຂີ່ລົດສາທາລະນະໄປຫາແຄມຄານ-ແຄມຂອງ, ລວມເຖີງ ຈາກເດີ່ນທາດຫລວງ ຫາ ສາມແຍກປາກຄານ ແລ້ວກັບມາຈອດຢູ່ບ່ອນເກົ່າ, ລົດອອກທຸກ 5-10 ນາທີ ໂດຍນຳໃຊ້ຕຸກໆ 2 ແຖວ ຫລື ລົດໄຟຟ້າ. 2). ຈາກເດີ່ນທາດຫລວງ ຫາຕາດກວາງຊີ ອອກທຸກ 1 ຊົ່ວໂມງ ໂດຍນໍາໃຊ້ລົດເມ ແລະ 3). ຈາກເດີ່ນທາດຫລວງ ຫາ ສາຖານີລົດໄຟ ອອກທຸກ 1 ຊົ່ວໂມງ ຊົ່ວໂມງ ໂດຍນໍາໃຊ້ລົດເມ.
ທ່ານ ບຼົ່ງວ່າງ ຫວ່າງເຈຍຊ່າ ຍັງໄດ້ຝາກມາຍັງສັງຄົມ ກໍຄືນັກທ່ອງທ່ຽວ ທີ່ໄດ້ໄປໃຊ້ການບໍລິການໃນໄລຍະ 7 ວັນຂອງການທົດລອງດັ່ງກ່າວ ຖ້າມີຄໍາຄິດຄໍາເຫັນຕ່າງໆ ກໍສາມາດສົ່ງເຖີງພາກສ່ວນທີ່ກ່ຽວຂ້ອງໄດ້ເພື່ອນໍາໄປປັບປຸງໃຫ້ດີຂຶ້ນໃນຕໍ່ໜ້າ ເພາະເປົ້າໝາຍ ໂຄງການຄຸ້ມຄອງການຂົນສົ່ງ ແລະ ຕົວເມືອງແບບຍືນຍົງຢູ່ນະຄອນຫຼວງພະບາງແມ່ນເພື່ອສ້າງຫຼວງພະບາງເມືອງມໍລະດົກໂລກໃຫ້ເປັນເມືອງທີ່ດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ແລະ ເປັນຕົວເມືອງທີ່ຍືນຍົງ.
ການປັບປຸງແກ້ໄຂສະພາບການສັນຈັນໃນຕົວເມືອງຫຼວງພະບາງ ແມ່ນບັນຫາສໍາຄັນທີ່ຕ້ອງໄດ້ປັບປຸງແກ້ໄຂໃຫ້ດີຂຶ້ນ ເນື່ອງຈາກຈໍານວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງໄປທ່ຽວນະຄອນຫຼວງພະບາງ ນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ການສັນຈອນໄປ-ມາ ໂດຍສະເພາະໃນໄລຍະເວລາໃນງານສໍາຄັນຕ່າງໆ ມີຄວາມແອອັດ ສົມຄວນ. ເຊິ່ງກ່ອນໜ້ານີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ເຄີຍໃຫ້ສໍາພາດຕໍ່ລາຍການ Phatalkວ່າ: ໜຶ່ງໃນຫຼາຍວຽກງານບູລິມະສິດທີ່ອົງການປົກຄອງແຂວງຫຼວງພະບາງ ຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ ແມ່ນຮວມມີການປັບປຸງສະພາບການສັນຈອນຢູ່ໃນຕົວເມືອງຫຼວງພະບາງ ຢູ່ດ້ວຍ, ສະນັ້ນ, ແນ່ນອນວ່າ ໂຄງການຄຸ້ມຄອງການຂົນສົ່ງ ແລະ ຕົວເມືອງແບບຍືນຍົງຢູ່ນະຄອນຫຼວງພະບາງ ຈະປະກອບສ່ວນສໍາຄັນເຮັດໃຫ້ແຜນການທີ່ອົງການປົກຄອງແຂວງວາງໄວ້ປະກົດຜົນເປັນຈິງ.



