ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຮຸນ ຄັ້ງທີ XIII

Feb 17, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງຮຸນ ຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ກຸມພາ 2025 ທີ່ສະໂມງສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຮຸນ. ມີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມ ໄຊ. ພ້ອມດ້ວຍບັນດາຜູ້ແທນກອງປະຊຸມໃຫຍ່ ເຊິ່ງເປັນຕົວ ແທນໃຫ້ສະມາຊິກພັກໃນທົ່ວເມືອງຈຳນວນ 3.407 ສະຫາຍ, ຍິງ 789 ສະຫາຍ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ສະຫາຍນາງ ຄຳໝັ້ນ ແກ້ວບຸນຫວນ ມີຄຳເຫັນ ກ່າວໄຂກອງປະຊຸມໃຫຍ່ຜູ້ແທນ ແລະ ຜ່ານແຜນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງທີ່ມີຄວາມພະຍາຍາມບຸກບືນສູ້ຊົນ ຜ່ານຜ່າຂອງທົ່ວພັກ ແລະ ທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກແຕ່ລະຂັ້ນ ຍາດມາໄດ້ ໂດຍປະຕິບັດຂໍ້ແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ມີຜົນສຳເລັດຫຼາຍດ້ານທີ່ພົ້ນເດັ່ນ ແລະ ຕໍ່ເນື່ອງກັນ ເປັນຕົ້ນແມ່ນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໂດຍປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດ, ວຽກງານ 3 ສ້າງຢ່າງເປັນຂະບວນການກ້ວາງຂວາງ ເຮັດໃຫ້ທົ່ວເມືອງໄດ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນທົ່ວສັງຄົມໂດຍພື້ນຖານ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ລະບົບການເມືອງປະຊາທິປະໄຕ ໄດ້ຮັບການປັບປຸງປ່ຽແປງຮອບດ້ານໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ, ຕີລາຄາຜົນໄດ້ຮັບ, ຂໍ້ຂາດຕົກບົກຜ່ອງ ແລະ ສະຫຼຸບຖອດຖອນເປັນບົດຮຽນ ພ້ອມກັບການຮັບຮອງເອົາລາຍງານການເມືອງ ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດ -ສັງຄົມ ແຕ່ນີ້ຮອດປີ 2029.
ກອງປະຊຸມໃຫຍ່ຈະໄດ້ປະຕິບັດໜ້າທີ່ສຳຄັນ ແລະ ຮັບຜິດ ຊອບສູງໃນການໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະ ນະບໍລິຫານງານພັກເມືອງ ສະໄໝທີ XIII ເພື່ອຮັບປະກັນມີ 3 ລຸ້ນຄື:ລຸ້ນໜຸ່ມ,ລຸ້ນກາງ ແລະລຸ້ນອາວຸໂຊມີເພດ,ມີເຜົ່າ ທີມີລັກຊະນະສືບທອດຕໍ່ເນື່ອງຂອງພັກ ຢ່າງໜັກແໜ້ນ, ມີຄຸນນະ ພາບ ແລະ ຄວາມສາມັກຄີເປັນເອກະພາບພາຍໃນ ຮັບປະກັນການນຳພາປະຊາຊົນບັນດາເຜົ່າທົ່ວເມືອງ ໃນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ເພື່ອພ້ອມກັນສ້າງສາພັດທະນາເມືອງຮຸນ ໃຫ້ກາຍເປັນເມືອງທີມີຄວາມມັ່ງຄັ່ງເຂັ້ມແຂງ ຮອບດ້ານປະຊາຊົນຮັ່ງມີຜາສຸກສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເທື່ອລະກ້າວ.
ກອງປະຊຸມໃຫຍ່ຄັ້ງນີ້ຈະດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.
Cr: ຄຳພັນ ແກ້ວມະນີ