ປັດຈຸບັນ, ຊາວກະສິກອນເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ ພວມປະສົບບັນຫາລາຄາໝາກເລັ່ນຕົກຕໍ່າ ເຊິ່ງລາຄາໝາກເລັ່ນຫຼຸດລົງເຖິງ 1 ໝື່ນຕໍ່ 5.000 ກີບ ເຮັດໃຫ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ກັບຊາວສວນ ຖ້າທຽບໃສ່ຕົ້ນທຶນໃນການຜະລິດແມ່ນບໍ່ຄຸ້ມຄ່າ.
ທ້າວ ລັດ ພົມດີ ປະຊາຊົນ ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽຈັນ ທີ່ຢຶດຖືໃນອາຊີບ ກະສິກໍາ ປູກໝາກເລັ່ນຂາຍ ໃຫ້ຮູ້ວ່າ: ປັດຈຸບັນແມ່ນໄດ້ຮັບຜົນກະທົບ ຍ້ອນໝາກເລັ່ນບໍ່ໄດ້ຂາຍ ເພາະລາຄາຖືກຫຼາຍ ຍ້ອນ 1 ໝື່ນຕໍ່ລາຄາ 5.000 ກີບ ເພາະຖ້າທຽບໃສ່ຕົ້ນທຶນກັບການຜະລິດແລ້ວແມ່ນບໍ່ຄຸ້ມຄ່າ ເຮັດໃຫ້ເຈົ້າຂອງສວນບາງຄົນຍອມທໍາລາຍສວນປູກໝາກເລັນຖິ້ມ ຫຼື ເອົາຜົນຜະລິດໄປເປັນອາຫານສັດລ້ຽງ ເພາະລາຄາບໍ່ເໝາະສົມ ນອກຈາກລາຄາໝາກເລັ່ນແລ້ວ ລາຄາໝາກເຂືອ ແລະ ໝາກເຜັດ ກໍຫຼຸດລົງມາເກືອບເທົ່າກັນ ອັນໄດ້ສົ່ງຜົນກະທົບຕໍ່ກັບຊາວກະສິກອນຢ່າງໜັກໜ່ວງ ເຮັດໃຫ້ຊາວສວນບາງຈໍຳນວນມີແນວຄິດຖອຍຫ່າງຈາກການປູກພືດຜັກຍ້ອນລາຄາຕົກຕໍ່າ.
ຈາກສະພາບການທີ່ກຳລັງເກີດຂຶ້ນ ຈຶ່ງຮຽກຮ້ອງໃຫ້ພາກສ່ວນ ກໍຄື ຂະແໜງການກ່ຽວຂ້ອງ ເຂົ້າມາຊ່ວຍເຫຼືອ ແລະ ແກ້ໄຂບັນຫາທີ່ຊາວສວນໄດ້ປະສົບພົບພໍ້ໃນປັດຈຸ ບັນ ເພື່ອເຮັດໃຫ້ຜົນກະທົບຫຼຸດໜ້ອຍຖອຍລົງ.
ທີ່ມາ: ຂ່າວ ຖວທ ຫາດຊາຍຟອງ. ວຽງຈັນໃໝ່



