ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 6 ມັງກອນ 2025 ໄດ້ຮັບແຫຼ່ງຂ່າວຈາກພົນລະມືອງດີວ່າມີປະຊາຊົນຈໍານວນໜຶ່ງລັກລອບຕັດໄມ້ແຕ້ຮໍຢູ່ເຂດອຸທະຍານແຫ່ງຊາດພູເຂົາຄວາຍ ແລ້ວເຄື່ອນຍ້າຍມາຊຸກເຊື່ອງໄວ້ຢູ່ແຫຼ່ງທ່ອທ່ຽວຕາດມັງກອນ.
ຈາກນັ້ນຈຶ່ງໄດ້ແຕ່ງເຈົ້າໜ້າທີ່ວິຊາສະເພາະລົງກວດກາພິສູດແຫຼ່ງຂ່າວເຫັນວ່າມີຄວາມຈິງ, ຮອດເວລາປະມານ13 ໂມງ 00 ນາທີ ຂອງວັນດຽວກັນ ໄດ້ເຂົ້າກວດກາສະຖານທີ່ດັ່ງກ່າວ ພົບເຫັນກໍາມະກອນ ຈໍານວນ 06 ຄົນ, ໄມ້ແຕ້ຮໍ 103 ຕັບ ເຊິ່ງບໍ່ໄດ້ຮັບການອະນຸຍາດຈຸດຄົ້ນຈາກພາກສ່ວນກ່ຽວຂ້ອງ ແລະ ໄດ້ຮຽກຕົວທ້າວ ວຽງໄຊ ຂຸນເພັດ ອາຍຸ 48 ປີ ອາຊີບ ຄ້າ-ຂາຍ ຢູ່ບ້ານພະບາດ, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ເຊິ່ງເປັນຜູ້ວ່າຈ້າງຕັດໄມ້ ມາສືບ ສວນ-ສອບສວນ.
ທ້າວ ວຽງໄຊ ຂຸນເພັດ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ວັນທີ 13 ທັນວາ 2024 ຜູ້ກ່ຽວໄດ້ໂທຫາ ທ້າວ ກ (ນາມສົມມຸດ) ຢູ່ແຂວງຊຽງຂວາງ ໃຫ້ຊອກກໍາມະກອນໄປຕັດໄມ້ໃຫ້ ໂດຍຈະໃຫ້ຄ່າຈ້າງ ຈຳນວນ 5,000,000 ກີບຕໍ່ 1 ແມັດກ້ອນ, ພາຍຫຼັງຕົກລົງກັນແລ້ວ, ມາຮອດວັນທີ 15 ທັນວາ 2024 ທ້າວ ກ ແລະ ກຳມະກອນອີກຈຳນວນ 05 ຄົນໄດ້ມາຫາຕົນຢູ່ ບ້ານພະບາດ, ເມືອງທ່າພະບາດ, ຈຶ່ງໄດ້ພາພວກກ່ຽວໄປສົ່ງຢູ່ຕາດມັງກອນ
ມາຮອດວັນທີ 1 ມັງກອນ 2025 ທ້າວ ກ ໄດ້ໂທມາບອກວ່າ ຕັດໄມ້ໄດ້ປະມານ 10 ປາຍຕົ້ນ, ແລ້ວເລື່ອຍເປັນຕັບໄດ້ ຈຳນວນ 103 ຕັບ ຕົນຈຶ່ງບອກໃຫ້ພວກກ່ຽວຂົນໄມ້ຈຳນວນດັ່ງກ່າວລົງມາໄວ້ທີ່ສະໜາມພັກໄມ້ເຂດຕາດມັງກອນ (ບ້ານ ທ່າບົກ) ຮອດວັນທີ 06 ມັງກອນ 2025 ຈຶ່ງໄດ້ມີເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ແລະ ເຈົ້າໜ້າທີ່ກະສິກໍາປ່າໄມ້ເມືອງ ເຂົ້າໄປກວດກາພ້ອມຢຶດໄມ້ຈໍານວນ 103 ຕັບມາດໍາເນີນການສືບສວນ-ສອບສວນຕາມກົດ ໝາຍ.
ເຈົ້າໜ້າທີ່ໄດ້ ກ່າວຕື່ມວ່າ: ຜ່ານການສືບສວນ-ສອບສວນ ທ້າວ ວຽງໄຊ ມີເຈດຕະນາຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍຢ່າງແທ້ຈິງ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ, ເປັນການທຳລາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊີ່ງຜິດຕໍ່ມາດຕາ 311 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ.
ມາຮອດວັນທີ 14 ກຸມພາ 2025 ເຈົ້າໜ້າຕໍາຫຼວດສິ່ງແວດລ້ອມ ປກສ ແຂວງ ໄດ້ມອບສໍານວນຄະດີພ້ອມດ້ວຍຂອງກາງໄມ້ແຕ້ຮໍຈໍານວນ 103 ຕັບໃຫ້ແກ່ເຈົ້າໜ້າທີ່ກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ ພ້ອມກັບຮຽກຕົວ ທ້າວ ວຽງໄຊ ຂຸນເພັດ ເພື່ອສືບຕໍ່ດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ ກ່າວມອບ ໂດຍ ທ່ານ ພັທ ໄຊມະນີ ເພັງສະໄໝ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ກ່າວຮັບໂດຍ ທ່ານ ທອງສະຫວາດ ສີບົວຄໍາ ຮອງຫົວໜ້າກອງກວດກາປ່າໄມ້ແຂວງ, ມີນາຍຕໍາຫຼວດ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
Cr: ພັຕ ນາງ ອ່ອນຈັນ ພົມມະຈັນ






