ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ສະເໜີ 3 ຂໍ້ກຳນົດທິດທາງຮ່ວມມືລະຫວ່າງ ອາຊຽນ-ຈີນ

Feb 18, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ກອງປະຊຸມທາບທາມຄວາມເຫັນ ເຈົ້າໜ້າທີ່ຂັ້ນສູງອາຊຽນ-ສປ ຈີນ ຄັ້ງທີ 31 ໄດ້ຈັດຂຶ້ນຢູ່ນະຄອນທ່າກຳປັ່ນໜິງປົວ, ແຂວງຈຽນແຈ໋ງຂອງ ສປ ຈີນ ເມື່ອບໍ່ດົນມານີ້. ທ່ານ ໂດ້ຮຸ່ງຫວຽດ, ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ສະເໜີ 3 ຂໍ້ກຳນົດທິດຮ່ວມມື ລວມມີ: ການຜັນຂະຫຍາຍການຕັດສິນ ແລະ ຂໍ້ຕົກລົງຂອງການນຳ 2 ຝ່າຍທັງໝົດ, ເພີ່ມທະວີແກ້ໄຂບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ ຄື: ອາດຊະຍາກຳທາງເຄືອຂ່າຍ ໂທລະຄົມ, ອາດຊະຍາກຳ ຂ້າມຊາດ, ຫລອກລວງທາງໂທລະຄົມ ແລະ ເປີດກວ້າງ ການຮ່ວມມືຢູ່ເຂດອະນຸພາກພື້ນ, ໃນນັ້ນ, ມີເຂດອະນຸພາກພື້ນແມ່ນ້ຳຂອງໃນການແກ້ໄຂບັນດາບັນຫາ ຄື: ຄ້ຳປະກັນຄວາມປອດໄພແຫລ່ງນ້ຳ, ຄຸ້ມຄອງແຫລ່ງນ້ຳແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ.
ໃນໂອກາດນີ້, ທ່ານ ໂດ້ຮຸ່ງຫວຽດ ໄດ້ເຮັດວຽກກັບ ທ່ານ ຊວັນໄອຕຸງ, ຮອງລັດ ຖະມົນຕີການຕ່າງປະເທດຈີນ ເພື່ອແລກປ່ຽນກ່ຽວກັບບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນການພົວພັນ 2 ຝ່າຍ, ກໍຄືການຮ່ວມມືຂອງ 2 ປະເທດຢູ່ບັນດາກົນໄກ, ເວທີປາໄສຫລາຍຝ່າຍ ຄື: ອາຊຽນ, ສະຫະປະຊາຊາດ.
May be an image of 3 people and text that says 'vidNam vie Nam'