ວັນທີ 16 ກຸມພາ 2025, ທ່ານ ອາລຸນໄຊ ສູນນະລາດ, ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດໜຸ່ມປາກຊ່ອງ ໄດ້ເຄື່ອນໄຫວຢ້ຽມຢາມຈຸດພັດທະນາການທ່ອງທ່ຽວປາກພູເຂົາໄຟລ້ານປີ (ພູກະເຕະ) ທີ່ບ້ານໜອງຢາເທິງ ເມືອງປາກຊ່ອງ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ໃຫ້ທິດຊີ້ນໍາໂດຍມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາສັກ ສົມທົບກັບສະມາຄົມທ່ອງທ່ຽວແຂວງ, ສະມາຄົມນັກທຸລະກິດໜຸ່ມ ແລະ ຜູ້ພັດທະນາປາກພູເຂົາໄຟລ້ານປີ (ພູກະເຕະ) ທີ່ບ້ານໜອງຢາເທິງ ເພື່ອຍົກລະດັບເປັນການທ່ອງທ່ຽວ ຈາກລະດັບເມືອງ ເປັນລະດັບແຂວງ ແລະ ລະດັບຊາດ; ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງຮ່ວມກັນວາງແຜນ ເພື່ອຈະດຶງດູດພາກສ່ວນທີ່ສົນໃຈຈະມາລົງທຶນໃນການພັດທະນາຈຸດດັ່ງກ່າວ ຕົ້ນຕໍແມ່ນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະແມ່ນເສັ້ນທາງ ໄລຍະ 17 ກິໂລແມັດ ຫ່າງຈາກຕົວເມືອງປາກຊ່ອງ, ສ້າງສະຖານທີ່ບໍລິການ, ຮ້ານອາຫານ, ຮ້ານກາເຟ ແລະ ສະຖານທີ່ພັກເຊົາ,ສາມາດພັດທະນາເປັນວົງຈອນການທ່ອງທ່ຽວໃນເຂດພູພຽງບໍລະເວນເພື່ອດຶງຕະຫຼາດລາຍໃຫຍ່ ເພື່ອປະກອບສ່ວນໃນການພັດ ທະນາ ໂດຍໃຫ້ເລີ່ມຈາກສະມາຊິກໃນກຸ່ມນັກທຸລະກິດຫນຸ່ມ ຫຼື ພາກສ່ວນອື່ນໆທີ່ມີຄວາມສົນໃຈ.
ພ້ອມທັງມອບໃຫ້ເມືອງປາກຊ່ອງ ກຳນົດເຂົ້າໃນແຜນການພັດທະນາ ເຂົ້າໃນຄໍາໂຄ່ງຂອງເມືອງ ເພື່ອກຳນົດເປັນທິດໃນການພັດທະນາ ທີ່ເປັນອັນໃໝ່ ໂດຍສະ ເພາະແມ່ນທິດໃນການພັດທະນາການທ່ອງທ່ຽວ ແລະ ອື່ນໆທີ່ເປັນທ່າແຮງ.
ປາກພູເຂົາໄຟລ້ານປີ ມີເນື້ອທີ່ 5 ເຮັກຕາ, ມີຄວາມອຸດົມສົມບູນ, ມີທໍາມະຊາດທີ່ສວຍສົດງົດງາມ, ມີຄວາມສູງ 1.300 ແມັດ, ເສັ້ນທາງຍ່າງອ້ອມປາກພູໄຟ 1.300 ແມັດ. ກວມ 5 ບ້ານ ຄື: ບ້ານໜອງຢາລຸ່ມ, ໜອງຢາເທິງ, ໜອງສໍາພັນ, ຫ້ວຍຫວາຍ ແລະ ບ້ານພູດ້າມຂວານ.
Cr: ທູນທອງໃຈ






