ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການນໍາຂັ້ນສູນກາງ ແລະ ບັນດາແຂວງພາກກາງ ຢ້ຽມຢາມແຫຼ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

Feb 18, 2025

ໃນໂອກາດທີ່ບັນດາການນໍາຈາກຂັ້ນສູນກາງ ແລະ ແຂວງພາກກາງ ໄດ້ເດີນມາຮ່ວມກອງປະຊຸມ ສໍາມະນາວິທະຍາສາດ ສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ແຂວງຄໍາມ່ວນ, ໃນວັນທີ 17 ກຸມພາ 2025 ກໍ່ໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີທ່ານ ຮສ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີການນໍາຈາກແຂວງບໍລິຄໍາໄຊ, ສະຫວັນນະເຂດ ແລະ ແຂວງຄໍາມ່ວນ.
ທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ແຫລ່ງທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງທ່ອງທ່ຽວທີ່ອຸດົມສົມບູນໄປດ້ວຍທຳມະຊາດ ທີ່ສວຍສົດງົດງາມ, ມີສັດນໍ້າ, ສັດປ່າຫຼາຍຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງ ຢູ່ບໍ່ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ອອກໄປທາງທິດຕາເວັນອອກ ປະມານ 17 ກິໂລແມັດ, ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ສໍາປະທານ ແລະ ພັດພັດທະນາ, ມີເນື້ອທີ່ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກ 404 ເຮັກຕາ. ໃນນັ້ນ ປະກອບມີການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຈຸດຊົມທິວທັດ, ຍ່າງຂົວທ່ຽວຊົມພາຍໃນຖໍ້າ ທີ່ມີຫີນງອກ ຫີນຍ້ອຍ ມີຄວາມສວຍງາມຢ່າງໜ້າຕື່ນຕາຕື່ນໃຈ ແລະ ມີກິດຈະກໍາອື່ນໆອີກຫຼາກຫຼາຍ. ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100% ແລະ ມີໄລຍະການສໍາປະທານ 50 ປີ. ປັດຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າເຂົ້າຫາແຫຼ່ງທ່ອງທ່ຽວ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ. ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມ ໃນເດືອນເມສາ 2025 ທີ່ຈະມາເຖິງນີ້.
ທີ່ມາ: ມີເດຍລາວ