ໃນລະຫວ່າງ ວັນທີ 10 – 13 ກຸມພາ 2025 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ເດີນທາງ ພົບປະແລກປ່ຽນບົດຮຽນ ກັບ ການນໍານະຄອນ ໂທໂບນ ສະຫະພັນລັດເຊຍ ໂດຍປະຕິບັດຕາມການເຊື້ອເຊີນຂອງທ່ານເຈົ້ານະຄອນ ໂທໂບນ, ໂດຍໃຫ້ການຕ້ອນຮັບດ້ວຍຄວາມອຸບອຸ່ນ ແລະຮ່ວມເຮັດວຽກຢູ່ນະຄອນໂທໂບນ, ແຂວງຕູເມນ,ສະຫະພັນລັດເຊຍ ເປັນວາລາ 2 ວັນ .ເຊິ່ງການພົບປະຄັ້ງນີ້ ກໍໄດ້ມີການເຊັນສັນຍາ ວ່າດ້ວຍການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ, ສປປ ລາວ ແລະນະຄອນໂທໂບນ(Tobolsk), ແຂວງຕູເມນ Tyumen).
ໂອກາດດັ່ງກ່າວນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ມີຄຳເຫັນຕໍ່ການພົບປະຄັ້ງນີ້ ເຊິ່ງທ່ານເອງມີຄວາມດີໃຈຢ່າງຍິ່ງ ທີ່ເຫັນວ່າສອງນະຄອນໄດ້ພະຍາຍາມສູງໃນການປະສານງານ, ການກະກຽມດ້ານຕ່າງໆ ໃຫ້ໄດ້ສ້າງເປັນນະຄອນມິດຕະພາບ, ເຊິ່ງມາຮອດປັດຈຸບັນທາງສອງນະຄອນ ໄດ້ມີຄວາມເປັນເອກະພາບກັນທາງດ້ານຫຼັກການ ຕໍ່ກັບເນື້ອໃນຂໍ້ຕົກລົງຮ່ວມມື ແລະຕົກລົງຈັດພິທີລົງນາມຢ່າງເປັນທາງການ.
ໃນການຢ້ຽຢາມຄັ້ງນີ້ ເຈົ້ານະຄອນ ໂທໂບນ ສະຫະພັນລັດເຊຍ ໄດ້ນຳທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ, ທັງຢ້ຽມຊົມສູນຜະລິດເຄື່ອງຫັດຖະກໍາທ້ອງຖິ່ນ, ສູນວັດທະນະທໍາ ແລະ ອື່ນໆອີກດ້ວຍ.
ຂ່າວ: ນະຄອນ ຫຼວງພະບາງ





