ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງຮຸນ

Feb 18, 2025

ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກເມືອງຮຸນ
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງຮຸນ ແຂວງອຸ ດົມໄຊ ຄັ້ງທີ XIII ໄດ້ສຳເລັດໃນຕອນເຊົ້າຂອງວັນທີ 18 ກຸມພາ 2025 ນີ້ ທີ່ສະໂມສອນຂອງເມືອງ ການເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະການສຳຮອງ ສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງອຸດົມໄຊ.
ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ 2 ພາກ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ XIII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IV ແຕ່ປີ 2025- 2029, ເປັນເອກະພາບການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງ ກໍ່ຄືແຜນພັດທະນາເສດຖະກກິດ-ສັງຄົມ ມັນແມ່ນຜົນ ງານທີ່ຍາດມາໄດ້ ຕະຫຼອດໄລຍະ 5 ປີທີຜ່ານມາ ໄດ້ສ້າງພື້ນຖານ ແລະ ຖ່ວງທ່າອັນໃໝ່ ໃຫ້ແກ່ການສືບຕໍ່ຂະຫຍາຍຕົວ ຂອງເມືອງຮຸນ ໄປຕາມທິດທາງ ແລະ ຈຸດໝາຍທີ່ວາງໄວ້.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຄັ້ງທີ XIII ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 32 ສະຫາຍ ຍິງ 7 ສະຫາຍ, ເລືອກຕັ້ງໄດ້ 27 ສະຫາຍ; ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລິກໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ ຍິງ 1 ສະຫາຍ, ເລືອກເອົາ ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ເປັນເລຂາພັກເມືອງ, ສະຫາຍ ຫົງທອງ ບົວລີໄຊ ແລະ ສະຫາຍ ວັນນິຄອນ ມິ່ງບຸບຜາ ເປັນຮອງເລຂາພັກເມືອງ, ເລືອກເອົາສະຫາຍ ໂອໄຊ ສີສຸພັນ ເປັນປະທານກວດກາພັກເມືອງ,ສະຫາຍ ທອງຄຳໄຊຍະພູມ ແລະ ສະຫາຍ ອ່ອນຄຳ ອຸ່ນທິກຸນ ເປັນຮອງປະທານຄະນະກວດກາພັກ-ລັດເມືອງ. ພ້ອມກັນນັ້ນກໍໄດ້ເລືອກເອົາຜູ້ ແທນສົມບູນຈຳນວນ 24 ສະຫາຍ ແລະສຳຮອງ 2 ສະຫາຍ ໄປຮ່ວມກອງປະຊຸມອົງຄະນະພັກແຂວງອຸດົມໄຊຄັ້ງທີ X ໃນມໍໆນີ້.
ສະຫາຍ ບຸນຄົງ ຫຼ້າຈຽມພອນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ກອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍຄະນະບໍລິຫານງານພັກເມືອງຊຸດເກົ່າທີມີຜົນສຳເລັດຫຼາຍດ້ານຕະຫຼອດໄລຍະ 5 ປີຜ່ານມາ ພ້ອມນັ້ນສະຫາຍໄດ້ຮຽກຮ້ອງໃຫ້ຄະນະຊຸດໃໝ່ ສືບຕໍ່ຍົກສູງຄວາມຮັບຜິດຊອບວຽກງານການເມືອງ-ແນວຄິດ ໃຫ້ໜັກແໝ້ນຮອບດ້ານ,ປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງໜັກແໜ້ນ,ເພີ່ມທະວີບົດບາດການນຳພາ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃຫ້ແຂງແຮງ, ສຸມໃສ່ຈັດຕັ້ງປະຕິບັດທິດທາງ, ໜ້າທີ່, ຄາດໝາຍສູ້ຊົນ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ແລະ ທ່າແຮງບົ່ມຊ້ອນຂອງເມືອງ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ລົບລ້າງຄວາມ ທຸກຍາກ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະ ນາ,ກ່ຽມທຸກເງື່ອນໄຂໃນການສ້າງຕາແສງຕາມແນວທາງຂອງພັກ, ສືບຕໍ່ພັດທະນາຊັບພະຍາກອນມະນຸດ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບສົມຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາທິດທາງ, ມະຕິ,ຄາດໝາຍ, ແຜນວຽກຈຸດສຸມ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມຄັ້ງນີ້ ໃຫ້ມີບາດກ້າວອັນຢ່າງແທ້ຈິງເປັນກ້າວໆ.
Cr: ວິທະຍຸ-ໂທລະພາບແຂວງອຸດົມໄຊ