ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີ 2025 ເມືອງແກ່ນທ້າວ ໄດ້ຮັບແຜນຈັດເກັບລາຍຮັບ ທັງໝົດ 10.860 ກວ່າລ້ານກີບ

Feb 18, 2025

ປີ 2025 ເມືອງແກ່ນທ້າວ ໄດ້ຮັບແຜນຈັດເກັບລາຍຮັບ ທັງໝົດ 10.860 ກວ່າລ້ານກີບ
ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ແນະນໍາ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2025 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ຫົວໜ້າພາສີດ່ານສາກົນຂົວມິດຕະພາບນໍ້າເຫືອງ, ​ທະນາຄານທຸລະກິດ, ນັກທຸລະກິດຜູ້ປະກອບການ, ພະນັກງານຮັບຜິດຊອບການເງິນ ແຕ່ລະຫ້ອງການ, ກົມກອງ ແລະ ນາຍບ້ານ 47 ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປີ 2025 ຕໍ່ກອງປະຊຸມ ວ່າ: ໃນປີ 2024 ເມືອງແກ່ນທ້າວ ໄດ້ຮັບຕົວເລກ​ແຜນເບື້ອງຕົ້ນ 7.400 ກວ່າລ້ານ​ກີບ, ແຜນດັດແກ້ຫລຸດ 63 ລ້ານກວ່າກີບ, ລວມແຜນດັດແກ້ທັງໝົດ 7.300 ກວ່າລ້ານກີບ. ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ ​ສາ​ມາດຈັດ​ເກັບ​ລາຍ​ຮັບ​ໄດ້ 10.500 ກວ່າລ້ານ​ກີບ ເທົ່າ​ກັບ 142,29 ສ່ວນຮ້ອຍ ຂອງ​ແຜນການເບື້ອງຕົ້ນ, ເທົ່າກັບ 143,52 ສ່ວນຮ້ອຍ ຂອງແຜນດັດແກ້. ໃນນີ້, ຮັບຈາກສ່ວຍສາອາກອນ ແຜນເບື້ອງຕົ້ນ 7.200 ກວ່າລ້ານກີບ, ແຜນດັດແກ້ຫລຸດ 63 ລ້ານກວ່າກີບ ລວມແຜນດັດແກ້ 7.300 ກວ່າລ້ານກີບ ປະຕິບັດໄດ້ 10,411.69 ລ້ານກີບ, ເທົ່າກັບ 143,52 ສ່ວນຮ້ອຍ ຂອງແຜນດັດແກ້ທ້າຍປີ ແລະ ຮັບຈາກລາຍຮັບຊັບສິນ ແຜນ 125 ລ້ານກີບ ປະຕິບັດໄດ້ 125 ລ້ານກວ່າກີບ, ເທົ່າກັບ 100.40 ສ່ວນຮ້ອຍ ຂອງແຜນການປີ. ສ່ວນດ້ານລາຍຈ່າຍ ແມ່ນຈ່າຍຢູ່ຂັ້ນແຂວງທຸກພາກ ແລະ ດ້ານການດຸ່ນດ່ຽງງົບປະມານ ແຜນດຸ່ນດ່ຽງໃນເບື້ອງຕົ້ນ 7.400 ກວ່າລ້ານກີບ ແຜນດັດແກ້ຫລຸດ 63 ລ້ານກວ່າກີບ ລວມແຜນດຸ່ນດ່ຽງຂຶ້ນແຂວງທ້າຍປີ 7.300 ກວ່າລ້ານກີບ ສາມາດດຸ່ນດ່ຽງຂຶ້ນແຂວງໄດ້ 6.700 ກວ່າລ້ານກີບ.
ທ່ານຫົວໜ້າຫ້ອງການ-ການເງິນເມືອງ ຍັງໄດ້ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ ງົບປະມານ ປີ2025 ດ້ານ​ລາຍຮັບ ແຜນ 10.800 ກວ່າລ້ານກີບ ທຽບໃສ່ແຜນປີຜ່ານມາເພີ່ມ​ຂື້ນ 46,55 ສ່ວນຮ້ອຍ. ໃນນີ້, ສ່ວຍສາອາກອນ ແຜນ​ 10.700 ກວ່າລ້ານກີບ ທຽບໃສ່ແຜນປີຜ່ານມາ ເພີ່ມຂຶ້ນ 47,0 ສ່ວນຮ້ອຍ ແລະ ຊັບສິນຂອງລັດ ແຜນ 150 ລ້ານກີບ ທຽບໃສ່ແຜນປີຜ່ານມາ ເພີ່ມ​ຂຶ້ນ 20 ສ່ວນຮ້ອຍ. ດ້ານລາຍຈ່າຍ ແຜນ 3.300 ກວ່າລ້ານກີບ. ໃນ​ນີ້, ລາຍຈ່າຍເງິນບໍລິຫານພາກ 62 ຈຳນວນ 2.700 ກວ່າລ້ານກີບ (ໃນນີ້, ມີບໍລິຫານດ່ານນ້ຳເຫືອງ 400 ລ້ານກີບ) ແລະ ລາຍຈ່າຍເງິນດັດສົມ ພາກ 63 ຈຳນວນ 680 ລ້ານກວ່າກີບ (ໃນນີ້, ມີລາຍຈ່າຍບໍາເນັດການເງິນບ້ານ 180 ລ້ານກວ່າກີບ), ສ່ວນການດູ່ນດ່ຽງງົບປະມານເກີນ​ດຸນ ຕາມ​ການ​ແຈ້ງ​ເບື້ອງ​ຕົ້ນ ເມືອງແກ່ນທ້າວ ເປັນເມືອງເກີນດຸນງົບປະມານ 7.400 ກວ່າລ້ານກີບ ຈະ​ຕ້ອງ​ເຄື່ອນ​ຍ້າຍຍອດ​ເຫຼືອ​ງົບ​ປະ​ມານ​ດຸ່ນດ່ຽງໃຫ້​ແຂວງ.