ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ເມືອງໝື່ນ ຄັ້ງທີ IV ໄຂຂຶ້ນໃນວັນທີ 18 ກຸມພາ 2025 ທີ່ຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງສະຫາຍ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງວຽງຈັນ, ມີສະຫາຍ ສອນໄຊ ຫຼວງອາໄພ ເລຂາພັກເມືອງ ເຈົ້າເມືອງໝື່ນ ພ້ອມດ້ວຍການນຳຂອງແຂວງ, ຜູ້ແທນກອງປະຊຸມ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ສອນໄຊ ຫລວງອາໄພ ໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກທຸກຂັ້ນ ໄດ້ນຳພາປະຊາຊົນບັນດາເຜົ່າ ຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກຕ່າງໆນາໆ, ຕັ້ງໜ້າບຸກບືນສູ້ຊົນປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງແຂວງ, ມະຕິກອງປະຊຸມຄັ້ງທີ III ຂອງອົງຄະນະພັກເມືອງ ດ້ວຍຫລາຍມາດຕະຖານ, ວິທີການທີ່ເໝາະສົມແຕ່ລະໄລຍະ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາ ຊິກພັກ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເອົາໃຈໃສ່ພັດທະນາເສດຖະກິດ-ວັດທະນະທຳສັງຄົມ, ປັບປຸງລະບົບການເມືອງຢູ່ຮາກຖານ ນັບມື້ແຂງແຮງຂຶ້ນເທື່ອລະກ້າວ ເຮັດໃຫ້ເມືອງໝື່ນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ມີແນວຄິດອຸ່ນອຽນທຸນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມນັບມື້ດີຂຶ້ນ, ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການບໍລິ ການທຸລະກິດ, ການຜະລິດເປັນສິນຄ້າ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ປະ ຊາຊົນມີລາຍຮັບເພີ່ມຂຶ້ນ, ພື້ນຖານໂຄງລ່າງໄດ້ການພັດທະນາຢ່າງບໍ່ຢຸດຢັ້ງ, ນະໂຍ ບາຍດ້ານສັງຄົມ ໄດ້ຮັບການເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດດີກວ່າເກົ່າ, ລະບົບການເມືອງແຕ່ລະຂັ້ນ, ກົງຈັກການຈັດຕັ້ງໄດ້ຮັບການປັບປຸງຕາມທິດກະທັດຮັດ, ຖັນແຖວພະນັກງານ-ສະມາຊິກພັກ ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດເຮັດສໍາເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຮັບຟັງການລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ (2020-2024) ແລະ ວາງທິດທາງຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າ (2025-2029), ຮັບຟັງການປະກອບຄຳຄິດຄຳເຫັນ ຈາກພາກສ່ວນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພາກສ່ວນຂົງເຂດເສດຖະກິດ, ພາກ ສ່ວນຄອບຄົວຕົວແບບ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນ ນະບົດ ຕິດພັນກັບວຽກງານສາມສ້າງ, ຮັບຟັງບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ຊຸດທີ III ແລະ ໜ້າທີ່ສຳຄັນອັນໜຶ່ງ.
ພ້ອມນີ້, ກອງປະຊຸມຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານພັກ ເມືອງໝື່ນ ຊຸດໃໝ່ ເພື່ອສືບຕໍ່ນຳພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ໃຫ້ປະກົດຜົນເປັນຈິງ ແລະ ເລືອກເອົາຜູ້ແທນສົມບູນ-ສຳຮອງ ເພື່ອເປັນຕົວແທນຂອງອົງຄະນະພັກເມືອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VII ຂອງແຂວງ.
Cr: ຂ່າວແຂວງວຽງຈັນ






