ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໄຟໄໝ້ແລ້ວລະເບີດຮຸນແຮງ ຢູ່ບ້ານນາໝີ ສົ່ງຜົນກະທົບຕໍ່ປະຊາຊົນຢ່າງຫຼວງຫຼາຍ

Feb 18, 2025

ເຫດໄຟໄໝ້ແລ້ວລະເບີດຮ້ານຂາຍອະໄຫຼ່ລົດຂອງ ບໍລິສັດ ຊິນເຢ່ ການຄ້າ ຂາ ເຂົ້າ-ຂາອອກ ທີ່ຕັ້ງຢູ່ ບ້ານນາຫມີ, ເມືອງໄຊ, ແຂວງອຸດົມໄຊ. ເມື່ອເວລາ 10:20 ນາ ທີ ຂອງວັນທີ 14 ກຸມພາ 2025, ເຊິ່ງເຫດການຄັ້ງນີ້ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບຫນັກ 9 ຄົນ, ເຮືອນ ແລະ ຮ້ານຂາຍເຄື່ອງຂອງປະຊາຊົນ ໃນບໍລິ ເວນໃກ້ຄຽງ ໂດຍສະເພາະບ້ານນາໝີ ໄດ້ຮັບຄວາມເສຍຫາຍຫຼາຍຫລັງຄາເຮືອນ ເປັນຕົ້ນແມ່ນ ຫຼັງຄາ, ເພດານ, ປະຕູ, ປ່ອງຍ້ຽມ, ຝາເຮືອນ, ພາຫະນະ ແລະ ອື່ນໆ.
ຕາມການຖະແຫຼງຂອງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ເບື້ອງ ຕົ້ນ ໃຫ້ຮູ້ວ່າ: ກ່ອນເກີດເຫດລະເບີດຢ່າງຮຸນແຮງ, ມີໄຟໄໝ້ເກີດຂຶ້ນພາຍໃນຮ້ານດັ່ງກ່າວ ໃນຂະນະທີ່ມີພະນັກງານກຳລັງເລັ່ງເກັບມ້ຽນ, ຂົນ, ຍ້າຍ ເຄື່ອງຂອງພາຍໃນຮ້ານ ເພື່ອຫຼີກລຽງຄວາມເສຍຫາຍ, ໃນເວລາປະມານ 10 ນາທີ ຫຼັງໄຟໄໝ້ ໄດ້ເກີດການລະເບີດຂຶ້ນຢ່າງຮຸນແຮງ ໄຟລຸກລາມໄປຮອດຮ້ານໃກ້ຄຽງ, ຈາກເຫດລະເບີດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ ຈຳນວນຫຼາຍ.
ຕາມການສືບສວນຂອງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ເຫດການໄຟໄໝ້ແລ້ວລະເບີດ ແມ່ນເກີດຈາກການລັກລອບ ຊື້-ຂາຍ ວັດຖຸລະເບີດທີ່ຜິດກົດ ໝາຍ ເຊິ່ງບໍ່ແມ່ນ ການກໍ່ການຮ້າຍຕາມທີ່ມີການສົງໄສ. ນັບແຕ່ມື້ເກີດເຫດ ຈົນຮອດ ວັນທີ່ 18 ກຸມພາ 2025 ເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງພວມສືບຕໍ່ກວດກາຂຸດຄົ້ນ ແລະ ສ້ອມແປງຮ້ານຄືນ, ຂະະນະດຽວກັນ ປະຊາຊົນບ້ານນາໝີກໍໄດ້ພາກັນສຸມໃສ່ສ້ອມແປງເຮືອນຊານຂອງຕົນທີ່ໄດ້ຮັບຜົນກະທົບໃຫ້ກັບສູ່ສະພາບປົກ ກະຕິໂດຍໄວ ພ້ອມດຽວກັນນັ້ນ ບັນດາຫນ່ວຍງານ ຈາກຫລາຍພາກສ່ວນກໍ່ໄດ້ເຂົ້າຊ່ວຍເຫຼືອ, ອົງກນປົກຄອງບ້ານກໍ່ເລັ່ງເກັບກຳຂໍ້ມູນຜົນເສຍຫາຍ ລາຍງານຂັ້ນເທິງ ເພື່ອຈະໄດ້ມີການທົດແທນຜົນເສຍຫາຍຕາມຄວາມເປັນຈິງ.
Cr: ແສງອາທິດ