ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ເລແທັງລອງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນອະນຸມັດ “ໂຄງການພັດທະນາຂະແໜງອຸດສາຫະກຳຜະລິດການຢາ ຮອດປີ 2030, ວິໄສທັດຮອດປີ 2045”. ເປົ້າໝາຍຂອງໂຄງການແມ່ນພັດທະນາຂະແໜງອຸດສາຫະກຳຜະລິດການຢາ, ຍົກອັດຕາການຜະລິດ, ນຳໃຊ້ແຫຼ່ງວັດຖຸດິບຜະລິດຢາຢູ່ພາຍໃນປະເທດ ແລະ ຊຸກຍູ້ການສົ່ງອອກຜະລິດຕະພັນການຢາ. ຮອດປີ 2030, ສູ້ຊົນບັນລຸ 20% ຄວາມຕ້ອງການແຫຼ່ງວັດຖຸດິບໃຫ້ແກ່ການຜະລິດຢາ; ຕອບສະໜອງ 50% ຄວາມຕ້ອງການແຫຼ່ງວັດຖຸດິບໃຫ້ແກ່ການຜະລິດອາຫານເສີມ ແລະ ຢາສຳອາງຢູ່ພາຍໃນປະເທດ. ຮອດປີ 2045, ຂະແໜງອຸດສາຫະກຳຜະລິດການຢາຂອງ ຫວຽດນາມ ຈະກາຍເປັນຂະແໜງອຸດສາຫະກຳເຕັກໂນໂລຊີສູງ, ທັນສະໄໝ, ມີກຳລັງແກ່ງແຍ້ງ ແລະ ເຂົ້າຮ່ວມລະບົບມູນຄ່າຂະແໜງຜະລິດຕະພັນການຢາທົ່ວໂລກ. ລະດັບເຕີບໂຕຂະແໜງອຸດສາຫະກຳຜະລິດການຢາບັນລຸ 8-11%.
ໜຶ່ງໃນບັນດາໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍຂອງໂຄງການແມ່ນເພີ່ມຄວາມດຶງດູດບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ກຸ່ມບໍລິສັດຜະລິດຕະພັນການຢານາໆຊາດ ລົງທຶນຜະລິດ ຜະລິດຕະພັນການຢາ; ເອົາໃຈໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດນັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງເຮັດວຽກໃນຂົງເຂດຜະລິດການຢາຢູ່ຫວຽດນາມ.



