ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫລຸບຕີລາຄາວຽກງານ ແຮງງານ ແລະ ສະຫວັດດີການສັງຄົມ ປີ 2024

Feb 18, 2025

ກອງປະຊຸມສະຫລຸບວຽກງານແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ປະຈຳປີ 2024 ຈັດຂຶ້ນໃນວັນທີ 18 ກຸມພາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຮອງລັດຖະມົນຕີ, ອົງການອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນ ສະຫລຸບຕີລາຄາ ຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2024 ຜ່ານມາ ພ້ອມທັງຊອກໃຫ້ເຫັນຈຸດດີ ແລະ ຜົນງານດ້ານຕັ້ງໜ້າ ທີ່ຄວນສືບຕໍ່ສົ່ງເສີມ, ສິ່ງທ້າທາຍ, ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ສາເຫດດ້ານຕ່າງໆ ລວມທັງວິທີການ ແລະ ມາດຕະການຕ່າງໆ ເພື່ອຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນ ແລະ ບັນດາວຽກຈຸດສຸມ. ນອກຈາກນີ້, ຍັງຈະໄດ້ແລກປ່ຽນປຶກສາຫາ ລືປັບປຸງຮ່າງແຜນພັດທະນາ ຮສສ 5 ປີ (2026-2030) ເພື່ອໃຫ້ສາມາດຮອງຮັບຄວາມຮຽກຮ້ອງຕ້ອງການ ຂອງສັງຄົມໄລຍະໃໝ່ໃນຕໍ່ໜ້າ ທີ່ສະພາບການສາກົນ ຍັງສືບຕໍ່ມີຄວາມສັບສົນ ແລະ ຄາດດາວໄດ້ຍາກ ລວມທັງສະພາບເສດຖະກິດ-ການເງິນ, ອັດຕາເງິນເຟີ້, ຄ່າຄອງຊີບກໍຍັງຢູ່ໃນລະດັບສູງ ອັນສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ຊາວຜູ້ອອກແຮງງານບໍ່ໜ້ອຍ. ນອກນີ້, ຍັງຈະໄດ້ລົງເລິກຄົ້ນຄວ້າ ປຶກສາຫາລືບາງຫົວຂໍ້ ວິຊາການຈໍານວນໜຶ່ງ ເພື່ອເປັນບ່ອນອີງ ໃຫ້ແກ່ການສຸມໃສ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນ ໃນປີ 2025 ເປັນຕົ້ນ ການຄຸ້ມຄອງ ແລະ ນໍາໃຊ້ຂໍ້ມູນສະຖິຕິ ເຂົ້າໃນການວາງແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການຍົກລະດັບພັດທະນາສືແຮງງານໃຫ້ມີຄຸນນະພາບ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ ລວມທັງໃຫ້ສາມາດປະກອບອາຊີບອິດສະລະ ກາຍເປັນຜູ້ປະກອບການທີ່ເຂັ້ມແຂງໃນຕໍ່ໜ້າ, ເຮັດໃຫ້ຜູ້ອອກແຮງງານມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມມາດຕະຖານແຮງງານແຫ່ງຊາດ ແລະ ສາກົນ; ເພີ່ມທະວີການປັບປຸງລະບົບການບໍລິການປົກປ້ອງສັງຄົມ ໃຫ້ໄປສູ່ກຸ່ມເປົ້າໝາຍຕ່າງໆ ໃຫ້ກວ້າງ ຂວາງ, ມີຄຸນນະພາບ ແລະ ມີຄວາມທັນສະໄໝ ນັບມື້ດີຂຶ້ນ.
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ໂດຍສະເພາະ ແມ່ນສາມາດພັດທະນາສີມືແຮງງານໃໝ່ ໄດ້ທັງໝົດ 34.324 ຄົນ, ຍິງ 15.015 ຄົນ ໃນຂະແໜງກະສິກຳ, ອຸດສາຫະກຳແລະ ບໍລິການ; ຈັດ ແລະ ສົ່ງເສີມຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນ 44 ສາຂາອາຊີບ ແລະ ສາຂາອາຊີບໃນລະດັບຕ່າງໆ ໄດ້ 1.556 ຄົນ, ຍິງ 496 ຄົນ. ນອກນີ້, ຍັງໄດ້ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ແຮງງານເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ຕິດພັນວາລະແຫ່ງຊາດ ໄດ້ທັງໝົດ 124.539 ຄົນ, ຍິງ 62.106 ຄົນ, ສະເພາະຈັດຫາວຽກເຮັດງານທຳ ພາຍໃນໄດ້ 26.588 ຄົນ. ໃນນັ້ນ, ຂະແໜງກະສິກຳ, ອຸດສາຫະກໍາ ແລະ ບໍລິການ; ໄປອອກແຮງງານຕ່າງປະເທດ 97.951 ໃນຂະແໜງກະສິກຳ, ອຸດສາຫະກຳ ແລະ ບໍລິການ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 139.737 ຄົນ, ຍິງ 73.840 ຄົນ. ໃນນີ້, ມີຜູ້ຕ້ອງການມີວຽກເຮັດງານທຳຢູ່ພາຍໃນ 11.464 ຄົນ, ຍິງ 4.262 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານ ຢູ່ຕ່າງປະເທດ 128.273 ຄົນ, ຍິງ 69.578 ຄົນ.
ນອກນີ້, ຍັງໄດ້ສົມທົບກັບຄະນະກໍາມະການແຮງງານແຫ່ງຊາດ ຄົ້ນຄວ້າປັບປຸງຄ່າຄອງຊີບຂອງຜູ້ອອກແຮງງານ ເປັນ 900.000 ກີບ ບວກກັບ ຄ່າແຮງງານຂັ້ນຕໍ່າ 1.600.000 ກີບ ລວມເປັນ 2.500.000 ກີບ ໂດຍບໍ່ລວມຄ່າສະຫວັດດີການດ້ານອື່ນໆ; ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມລະບຽບການ ໂດຍໄດ້ໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ຢູ່ບັນດາຫົວໜ່ວຍແຮງງານ; ຊຸກຍູ້ຫົວໜ່ວຍແຮງງານເຮັດສັນຍາແຮງງານໄດ້ 395 ແຫ່ງ; ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານ 47 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ 45 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານ ນຳພາຜູ້ອອກແຮງງານ ໄດ້ຮັບການກວດສຸຂະພາບປະຈຳປີ 48 ແຫ່ງ; ໃຫ້ຄຳປຶກສາທາງດ້ານກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການຄຸ້ມຄອງແຮງງານລາວ ໃຫ້ແກ່ຫົວໜ່ວຍແຮງງານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານເປັນຕົ້ນ.
ທີ່ມາ: ຂປລ