ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄອບ ແຂວງໄຊຍະບູລີ ຄັ້ງທີ VI ໄດ້ສຳເລັດໃນຕອນແລງວັນທີ 18 ກຸມພາ 2025 ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ, ພາຍໃຕ້ການເປັນປະທານຂອງສະຫາຍ ສົມນຶກ ສິງຄໍາ ເລຂາພັກເມືອງ ວ່າການເຈົ້າເມືອງໆຄອບ, ໂດຍການເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້ ເຊີ່ງມີຜູ້ອອກສະ ໝັກເລືອກຕັ້ງ 29 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 25 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງຄອບຊຸດໃໝ່ ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາພັກ ດັ່ງນີ້:
ເລືອກຄະນະປະຈໍາພັກຈໍານວນ 7 ສະຫາຍ, ເລືອກເອົາສະຫາຍ ສົມນຶກ ສິງຄໍາ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ໄລ ອິນທິບ ແລະ ສະຫາຍ ບຸນຈັນ ເສດຈໍາປາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາສະຫາຍ ບຸນຈັນ ເສດຈໍາປາ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ເພັດມະນີ ກອງສີ ແລະ ສະຫາຍ ນາງ ຄໍາກ້ຽວ ຈັນທະວົງ ເປັນຮອງປະທານຄະນະກວດກາພັກເມືອງ.
ພ້ອມນີ້ ໄດ້ເລືອກເອົາຜູ້ແທນສົມບູນ 13 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງໄຊຍະບູລີຕື່ມອີກ.
ຫລັງຈາກນັ້ນ, ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນໍາພາ-ຊີ້ນຳ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ທີ່ໄດ້ສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຍາດໄດ້ຜົນສຳເລັດຫຼາຍດ້ານພ້ອມ ທັງຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວມຮັບຜິດຊອບການເມືອງຂອງຕົນ ເຮັດໃຫ້ວຽກງານມີຜົນສຳເລັດສູງ, ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ສົມກັບວິໄສທັດການພັດທະນາຂອງເມືອງທີ່ວ່າ: ສືບຕໍ່ສ້າງເມືອງຄອບໃຫ້ເປັນເມືອງປູກພືດ, ຕົ້ນໄມ້ອຸດສາຫະກໍາເປັນສິນຄ້າ ຕິດພັນກັບການຮັກສາສິ່ງແວດລ້ອມ, ສົ່ງເສີມຫັດຖະກໍາທີ່ເປັນມູນເຊື້ອ ແລະ ການບໍລິການຄ້າຂາຍຊາຍແດນ.
ພາບ-ຂ່າວ: ພົມມະນີ ອິນສະຫວັນ





