ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ປັບປຸງກົງຈັກລັດຖະບານຄືນໃໝ່

Feb 19, 2025

ກອງປະຊຸມວິສາມັນ ຄັ້ງທີ 9 ຂອງສະພາແຫ່ງຊາດ ຫວຽດ ນາມ ຊຸດທີ XV ໃນຕອນເຊົ້າວັນທີ 18 ກຸມພາ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະ ບັບປັບປຸງ) ດ້ວຍຄະແນນສຽງເຫັນດີກວມເອົາອັດຕາ 96,86%.
ກົດໝາຍ ວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ມີຜົນສັກສິດນັບແຕ່ວັນທີ 1 ມີນາ 2025 ເປັນຕົ້ນໄປ. ໃນນີ້ກົງ ຈັກລັດຖະບານທີ່ປັບປຸງ ລວມມີ 25 ທ່ານ ປະກອບດ້ວຍນາຍົກ ລັດຖະມົນຕີ, ຮອງນາຍົກລັດຖະມົນຕີ 7 ທ່ານ, ມີ 14 ກະຊວງ ແລະ 3 ອົງການທຽບເທົ່າກະຊວງ.
Cr: ວິທະຍຸກະຈາຍສຽງຫວຽດນາມ
May be an image of 2 people and text