ໃນໂອກາດລາຍງານຕໍ່ກອງປະຊຸມສະຫລຸບວຽກງານ (ຮສສ) ປະຈຳປີ 2024 ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນທີ 18 ກຸມພາ 2025, ທ່ານ ວິໄລພົງ ສີສົມຫວັງ, ຫົວໜ້າກົມແຜນ ການ ແລະ ການຮ່ວມມືສາກົນ, ກະຊວງ ແຮງງານແລະສະຫວັດດີ ການສັງຄົມ (ຮສສ) ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ກະຊວງ ຮສສ ສາມາດພັດທະນາສີມືແຮງງານໃໝ່ໄດ້ຫຼາຍກວ່າ 34,300 ຄົນ; ຈັດ ແລະ ສົ່ງເສີມຫົວໜ່ວຍແຮງງານ ເຮັດການທົດສອບສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນ 44 ສາຂາອາຊີບ ແລະ ສາຂາອາຊີບໃນລະດັບຕ່າງໆ ໄດ້ 1,556 ຄົນ; ສົ່ງເສີມການຈັດຫາວຽກເຮັດງານທຳໄດ້ຫຼາຍກວ່າ 124,530 ຄົນ, ແຮງງານຢູ່ພາຍໃນໄດ້ 26,500 ກວ່າຄົນ, ແຮງງານໄປເຮັດວຽກຢູ່ຕ່າງປະເທດ 97,950 ກວ່າຄົນ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທຳພາຍໃນຫຼາຍກວ່າ 11,460 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານຢູ່ຕ່າງປະເທດຫຼາຍກວ່າ 128,270 ຄົນ.
ກະຊວງແຮງງານ ໄດ້ສົມທົບກັບຄະນະກໍາມະການແຮງງານແຫ່ງຊາດ ຄົ້ນຄວ້າປັບປຸງຄ່າຄອງຊີບຂອງຜູ້ອອກແຮງງານ ເປັນ 900,000 ກີບ ບວກກັບ ຄ່າແຮງງານຂັ້ນຕໍ່າ 1,600,000 ກີບ ລວມເປັນ 2,500,000 ກີບ ໂດຍບໍ່ລວມຄ່າສະຫວັດດີການດ້ານອື່ນໆ; ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມລະບຽບການ ໂດຍໄດ້ໂຄ ສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ຢູ່ບັນດາຫົວໜ່ວຍແຮງງານ; ຊຸກຍູ້ຫົວໜ່ວຍແຮງ ງານເຮັດສັນຍາແຮງງານໄດ້ 395 ແຫ່ງ; ສ້າງຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານ 47 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານສ້າງຕັ້ງໜ່ວຍງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ 45 ແຫ່ງ; ຊຸກຍູ້ຫົວໜ່ວຍແຮງງານນຳພາຜູ້ອອກ ແຮງງານໄດ້ຮັບການກວດສຸຂະພາບປະຈຳປີ 48 ແຫ່ງ ແລະອື່ນໆ.





