ວັນທີ 17 ກຸມພາ 2025, ທ່ານ ຄຳປ່ຽນ ມະນີຄຳ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄຳມ່ວນ, ທ່ານ ຈູ້ ຊຽງ ລີ່ ຮອງຜູ້ອຳນວຍການບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ, ພ້ອມຄະນະ ໄດ້ຕິດຕາມກວດກາຄວາມຄືບໜ້າການຊີເຈາະສຳ ຫຼວດທໍລະນີຟີຊິກ ບໍລິເວນເຂດທີ່ມີສະພາບດິນຍຸບຕົວ ຢູ່ເຂດບ້ານປາກເປັ່ງ ເມືອງທ່າແຂກ, ແຂວງຄໍາມ່ວນ ເຊິ່ງສໍາຫຼວດໂດຍບໍລິສັດ Geo Mine Consultants Sole Co.,LTD ແລະ ໄດ້ເລີ່ມດໍາເນີນການມາແຕ່ວັນທີ 7 ກຸມພາ 2025.
ມາຮອດປະຈຸບັນ ໄດ້ສຳເລັດ 100% ໃນການສໍາຫຼວດວັດຄ່າຄວາມຕ້ານທານໄຟຟ້າ (Electrical Resistivity) ຈຳນວນ 6 ແລວ, ແລວລະ 1,000 ແມັດ ໃນແຕ່ລະເເລວແມ່ນໄດ້ວາງເປັນຕາໜ່າງໄຂວ່ກັນຕັດຜ່ານຂຸມທີ່ຍຸບຕົວ ເພື່ອຊອກຫາໂຄງສ້າງຂອງຊັ້ນດິນ ແລະ ຫີນ ຈາກໜ້າດິນຮອດລະດັບຄວາມເລິກປະມານ 200 ແມັດ ແລະ ບໍລິສັດ ຍັງສືບຕໍ່ ເກັບກຳຂໍ້ມູນການສໍາຫຼວດທໍລະນີຟີຊິກຮູບແບບຄື້ນສະທ້ອນ (Seismic Reflection) ຈຳນວນ 2 ແລວ ແລວລະ 500 ແມັດ ເພື່ອຫາໂຄງສ້າງຂອງຊັ້ນດິນ ແລະ ຫີນ ຢູ່ໃຕ້ດິນຂອງຂຸມທີ່ຍຸບຕົວ ຈາກລະດັບໜ້າດິນຮອດລະດັບຄວາມເລິກ 500 ແມັດ ແລະ ຄາດວ່າຈະສໍາເລັດໃນວັນທີ 22 ກຸມພາ 2025 ນີ້. ທັງນີ້ກໍ່ເພື່ອຊອກຫາສາເຫດທີ່ພາໃຫ້ເກີດດິນຍຸບຕົວ ເພື່ອເຜີຍໃຫ້ສັງຄົມໄດ້ຮັບຮູ້ເຖິງຂໍ້ ມູນຄວາມເປັນຈິງຂອງເຫດການດັ່ງກ່າວ.
Cr: Medialaos






