ທ່ານ ສີບຸນເຮືອງ ພັນທຸລັກ, ຫົວຫນ້າ ພະແນກກະສິກຳແລະ ປ່າໄມ້ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ແຂວງບໍ່ແກ້ວ ສາມາດສົ່ງຢາງພາລາອອກເປັນ (ຖ้ວຍກ້ອນດິບ ແລະ ແຜ່ນເຄິ່ງສາໍເລັດຮູບ) ໄປຕ່າງປະເທດທັງໝົດ ຈໍານວນ 18.910 ໂຕນ ມູນຄ່າ 10.445.360 ໂດລາ, ໃນນີ້, ສົ່ງອອກໄປ ສປ ຈີນ ກວມ 97,99% ແລະ ສົ່ງໄປປະເທດໄທຈໍານວນໜຶ່ງ ແລະ ສາມາດນໍາເຂົ້າຈາກຕ່າງປະເທດ ຈໍານວນ 17.300 ໂຕນ ມູນ ຄ່າ 7.050.000 ໂດລາ, ການນໍາເຂົ້າແມ່ນໄດ້ຍົກເວັ້ນພາສີອາກອນ. ໃນນິ້F ໄດ້ນໍາເຂົ້າຈາກ ມຽນມາ ກວມເອົາ 76,87 %, ແລະ ນໍາເຂົ້າຈາກປະເທດໄທ.
ສໍາລັບປີ 2025 ສາມາສົ່ງອອກຢາງພາລາໄປຕ່າງປະເທດໄດ້ແລ້ວ ຈໍານວນ 2.665 ໂຕນ ມູນຄ່າ 1.607.750 ໂຕນ, ແມ່ນສົງອອກໄປ ສປ ຈີນ ແລະ ຍັງໄດ້ນໍາເຂົ້າຢາງພາລາ ຈໍານວນ 8.000 ໂຕນ ມູນຄ່າ 12.300.000 ໂດລາ, ທັງໝົດແມ່ນນໍາເຂົ້າຍົກເວັ້ນນພາສີອາກອນຈາກ ມຽນມາ ເຊິ່ງແມ່ນບໍລິສັດນໍາເຂົ້າ ແລະ ສົ່ງອອກຈໍານວນ 4 ບໍລິສັດ ຄື: ບໍລິສັດ ຈິງເສີນ ຢາງພາລາ ຈໍາກັດ ,ໂຮງງານ ຢາງພາລາ ລາວ-ຈີນ ເຊີນຊິງ ຈໍາກັດຜູ້ດຽວ, ບໍລິສັດ ຈາຟົງບໍໍ່ແກ້ວພັດທະນາກະສິກໍາແຂວງບໍໍ່ແກ້ວ, ບໍລິສັດ ຄອມໂພດຢອິ ຈໍາກັດຜູ້ດຽວ ການເຂົ້າແຕ່ລະຊຸດ ແມ່ນອີງຕາມແຜນນໍາເຂົ້າປະຈໍາປີ ໂດຍຍົກເວັ້ນພາສີຂອງພະແນກແຜນການ ແລະ ການລົງທຶນ ສ່ວນການຈໍາເຂົ້າຕົວຈິງແມ່ນໃຫ້ຄົບຕາມຈໍານວນ.
ປັດຈຸບັນ, ທົ່ວແຂວງບໍ່ແກ້ວ ມີເນືຶ້ອທີ່ປູກຢາງພາລາ ຂີດເອົານໍ້າຢາງໄດ້ແລ້ວ ຈໍານວນ 25,220 ເຮັກຕາ ແລະ ສາມາດເກັບກູ້ຜົນຜະລິດ (ຢາງເປັນຖ້ວຍ)ໄດ້ 50,440 ໂຕນ ແລະ ປຸງແຕ່ງເຄິ່ງສໍາເລັດຮູບ (ເປັນກ້ອນແທ່ງ) ສົ່ງອອກ 32,786 ໂຕນ, ການເກັບຊື້ນໍາເຂົ້າຢາງພາລາດິບຈາກຕ່າງປະເທດ ແມ່ນບໍ່ມີຜົນກະທົບຕໍ່ລາຄາເກັບຊື້ ຢາງພາລາພາຍໃນແຂວງບໍ່ແກ້ວ ຢ່າງແນ່ນອນເພາະວ່າການຜະລິດນໍ້າຢາງພາລາຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງໂຮງງານພາຍໃນແຂວງ.
Cr: ເງິນຫຼົງ ຈິດພູວົງ






