ລັດຖະບານ ຮ່ວມກັບ ສະພາແຫ່ງຊາດ ຈັດກອງປະຊຸມ ສໍາມະນາວິທະຍາສາດ ການຄົ້ນຄ້ວາ ນະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ ຂຶ້ນໃນວັນທີ 18 ກຸມພາ 2025 ທີ່ໂຮງແຮມ ລາດຊະວົງ ວັນດາວິສຕ້າ ເປັນປະທານຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ມີປະທານ ກຳມະທິການທີ່ກ່ຽວຂ້ອງ ຂອງ ສະພາແຫ່ງຊາດ, ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ, ບັນດາທ່ານ ຮອງເຈົ້າແຂວງ ແລະ ປະທານ, ຮອງປະທານສະພາປະຊາຊົນແຂວງ ຄໍາມ່ວນ, ຫຼວງນໍ້າທາ ແລະ ອຸດົມໄຊ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າ ບໍລິສັດຜູ້ພັດທະນາ ແລະ ປຶກສາໂຄງການເຂົ້າຮ່ວມ.
ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍຄວາມສໍາຄັນ, ເພາະເປັນກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືນະໂຍບາຍ ແລະ ນິຕິກຳທີ່ສໍາຄັນ ແນໃສ່ແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ທັງໃນສະເພາະໜ້າ, ໄລຍະກາງ ແລະ ຍາວນານ ຂອງປະເທດເຮົາ.
ສະພາຮັບຮູ້ ແລະ ຊົມເຊີຍ ຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການຄົ້ນຄວ້ານະໂຍບາຍ, ນິຕິກຳ ແລະ ມາດຕະການເພື່ອປັບປຸງ ແລະ ສ້າງການຫັນປ່ຽນໃນໂຄງປະກອບເສດຖະກິດແຫ່ງຊາດ, ພະຍາຍາມຫຼຸດຜ່ອນການເອື່ອຍອີງໃສ່ການສ້າງລາຍຮັບຈາກການຂາຍຊັບພະຍາກອນທຳມະຊາດ ໄປສູ່ການຍູ້ແຮງການສ້າງ ແລະ ພັດທະນາອຸດສາຫະກຳ ເຊິ່ງປະກອບພື້ນຖານໃຫ້ແກ່ການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງປະເທດໃນໄລຍະຍາວ. ໃນນີ້, ການສ້າງດໍາລັດນິຄົມອຸດສາຫະກຳ ກໍເປັນໜຶ່ງໃນຄວາມພະຍາຍາມທີ່ສໍາຄັນຂອງລັດຖະບານ.
ເຖິງຢ່າງໃດກໍຕາມ, ດຳລັດວ່າດ້ວຍນິຄົມອຸດສາຫະກຳ ຍັງຖືເປັນນິຕິກຳໃໝ່. ໃນນັ້ນອັນສໍາຄັນແມ່ນ ຮ່າງດຳລັດສະບັບດັ່ງກ່າວສະເໜີນະໂຍບາຍ ສົ່ງເສີມທີ່ສູງກວ່າກົດໝາຍໄດ້ກຳນົດ ເຊິ່ງບັນຫາດັ່ງກ່າວນີ້ ຈໍາເປັນຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງດ້ວຍເຫດນີ້, ພາຍຫຼັງລັດຖະບານໄດ້ນໍາສະເໜີຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ຕໍ່ສະພາໃນເດືອນ ພະຈິກ 2024 ຄະນະປະຈຳສະພາໄດ້ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລື ແລະ ສະເໜີໃຫ້ລັດຖະບານນຳໄປປັບປຸງ ແລະ ຈັດປະຊຸມສໍາມະນາ ເພື່ອຄົ້ນຄວ້າໃຫ້ເລິກເຊິ່ງຕື່ມອີກກ່ອນນໍາສະເໜີຄືນໃຫ້ຄະນະປະຈຳສະພາພິຈາລະນາ.
ດັ່ງນັ້ນ, ໃນມື້ນີ້, ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ຮ່າງດຳລັດວ່າດ້ວຍ ນິຄົມອຸດສາຫະກຳ 3 ສະບັບ ເຊິ່ງປະກອບດ້ວຍ ດຳລັດວ່າດ້ວຍນິຄົມອຸດສາຫະກຳ, ດຳລັດວ່າດ້ວຍນິຄົມອຸດສາຫະກຳອຳມະຕະ ແລະ ດຳລັດວ່າດ້ວຍນິຄົມອຸດສາຫະກຳເອເຊຍໂປຕາດ ເຊິ່ງຈະໃຊ້ເວລາ 1 ວັນເຕັມ. ຂ້າພະເຈົ້າສະເໝີບັນດາທ່ານຄົ້ນຄວ້າ ແລະ ມີຄໍາເຫັນແບບສ້າງສັນ, ແກ້ບັນຫາແບບຮອບດ້ານ, ຊັງຊາດ້ານໄດ້-ດ້ານເສຍ ແລະ ມີຄຳສະເໜີ ເພື່ອໃຫ້ລັດຖະບານນໍາໄປຄົ້ນຄ້ວາ ແລະ ປັບປຸງຮ່າງດຳລັດ 3 ສະບັບດັ່ງກ່າວ ໃຫ້ມີຄວາມຄົບຖ້ວນສົມບູນ ແລະ ກາຍເປັນເຄື່ອງມືທາງດ້ານນິຕິກຳ ທີ່ສໍາຄັນໃນການດຶງດູດເອົາການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການຫັນເປັນອຸດສາຫະກຳ, ສ້າງວຽກເຮັດງານທໍາ ແລະ ພັດທະນາເສດຖະກິດ, ສົ່ງເສີມການສົ່ງອອກ ແລະ ແກ້ໄຂບັນຫາຂາດດຸນການຄ້າ, ເສີມສ້າງຖານລາຍຮັບງົບປະມານ ກໍ່ຄືການສ້າງ ແລະ ພັດທະນາ ພື້ນຖານເສດຖະກິດແຫ່ງຊາດ ໃຫ້ເຂັ້ມແຂງ, ສາມາດແຂ່ງຂັນໄດ້ ແລະ ມີຄວາມຍືນຍົງ.
ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ກ່າວວ່າ: ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແມ່ນແນວທາງນະໂຍບາຍພື້ນຖານ ຂອງການພັດທະນາເສດຖະກິດ ຂອງປະເທດເຮົາ. ພັກໄດ້ສະເໜີນະໂຍບາຍດັ່ງກ່າວ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນປີ 1982. ນັບ ແຕ່ນັ້ນມາ, ໃນມະຕິກອງປະຊຸມໃຫຍ່ທຸກສະໄໝ ພັກກໍໄດ້ເຫັນຄວາມສໍາຄັນ ຂອງບັນຫາດັ່ງກ່າວ.
ດຳລັດວ່າດ້ວຍນິຄົມອຸດສາຫະກຳ ທີ່ນໍາມາສະເໜີສະເໜີໃນກອງປະຊຸມສຳມະນາໃນມື້ນີ້ ແມ່ນມີ ຄວາມພະຍາຍາມແລະ ຖືເປັນມາດຕະການ ທີ່ລັດຖະບານເລັ່ງຄົ້ນຄວ້າ ເພື່ອແກ້ໄຂບັນຫາ ເສດຖະກິດ-ການເງິນ ທີ່ປະເທດເຮົາກຳລັງປະເຊີນຢູ່. ພວກເຮົາກໍຕ້ອງການທີ່ຈະເບິ່ງບັນຫາຢ່າງ ເລິກເຊິ່ງຕົວຈິງ, ບໍ່ຄຳພີຕາຍຕົວ, ກ້າທີ່ຈະຄົ້ນຄວ້າ ແລະ ສະເໜີແນວຄິດໃໝ່-ທິດທາງໃໝ່, ນິຕິກຳໃໝ່ ແລະ ມາດຕະການໃໝ່ ເພື່ອແກ້ໄຂບັນຫາ ຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບນີ້ ເປັນການຜັນຂະຫຍາຍມາດຕາ 64 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຕ່າງປະເທດ ທີ່ສະພາໄດ້ຮັບຮອງໃນທ້າຍປີ 2024, ແຕ່ກໍມີບາງນະໂຍບາຍ ທີ່ໄດ້ສະເໜີສູງກວ່າບາງກົດໝາຍທີ່ ກ່ຽວຂ້ອງໄດ້ກຳນົດ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງເຫັນດີກັບການເນັ້ນໜັກ ຂອງ ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ, ປະທານຮ່ວມ ທີ່ໄດ້ກ່າວວ່າ: ພວກເຮົາຕ້ອງໄດ້ມີຄໍາເຫັນຢ່າງສ້າງສັນ, ເບິ່ງບັນຫາຢ່າງຮອບດ້ານ ແລະ ບັນລຸໄດ້ຄຳເຫັນ ທີ່ຈະຊ່ວຍໃຫ້ຄະນະ ຮ່າງດໍາລັດ ສາມາດນຳໄປປັບປຸງປຸງ ແລະ ກ້າວໄປເຖິງສາມາດໃຫ້ຄະນະຈໍາສະພາແຫ່ງຊາດ ສາມາດຮັບຮອງໄດ້ໂດຍໄວ.
ທີ່ມາ: ເສດຖະກິດການຄ້າ







