ກອງປະຊຸມສະຫຼຸບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ ທີ່ນະຄອນ ຫຼວງວຽງຈັນ ໃນລະຫວ່າງວັນທີ 17 – 18 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ-ຮອງກົມ ມີຫົວຫນ້າພະແນກ-ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບົວຫົງ ຄຳຫາ, ຫົວຫນ້າກົມພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ປ່າໄມ້ ມີຄຳເຫັນວ່າ: ກອງປະຊຸມໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງກົມພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໂດຍໄດ້ລົງເລິກຄົ້ນຄ້ວາກ່ຽວກັບການສະຫລຸບຕີລາຄາດ້ານດີຜົນໄດ້ຮັບ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ພ້ອມນີ້ໄດ້ພ້ອມກັນຄົ້ນຄ້ວາລົງເລິກກ່ຽວກັບການກຳນົດຕົວເລກຄາດຫມາຍສູ້ຊົນແລະແຜນວຽກຈຸດສຸມໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກໃນປີ 2025 ນີ້ເພື່ອໃຫ້ຕົວເລກຄາດຫມາຍສູ້ຊົນຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ກັບຕົວເລກສູນກາງສັງລວມໃຫ້ເປັນຕົວເລກເອກະພາບອັນດຽວກັນ ແລະ ມີເປົ້າຫມາຍທີ່ລະອຽດຈະແຈ້ງ, ຊັດເຈນ ແລະ ແທດເໝາະກັບຕົວຈິງ.
ໃນໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄໍາເຫັນເນັ້ນຫນັກໃຫ້ຜູ້ສືບຕໍ່ຈັດຕັ້ງປະຕິບັດບັນດານິຕິກໍາ ແລະ ລະບຽບການຕ່າງໆຢູ່ຂັ້ນທ້ອງຖິ່ນໂດຍສະເພາະໃນປີ 2025 ເປັນປີສຸດທ້າຍ ໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ IX, ຊຶ່ງແຜນປີ 2025 ຖືເປັນປີແຫ່ງການ “ບຸກບືນສູ້ຊົນສູງສຸດ”, ໂດຍສະເພາະ ບັນດາຄາດ ໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ທີ່ກະຊວງກະສິກຳ ແລະ ປ່າໄມ້ ມອບໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ຊຶ່ງຕ້ອງມີເປົ້າໝາຍທີ່ລະອຽດ, ຊັດເຈນ, ຫັນເປັນໂຄງການ, ສຸມງົບປະມານ ແລະ ບຸກຄະລາກອນ ເຂົ້າໃສ່ ຢ່າງມີປະສິດທິຜົນ,ເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່ ກອງເລຂາ ຂອງ ຄະນະຊີ້ນໍາວຽກງານພັດທະນາ ຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກ ຂັ້ນສູນກາງ ຕາມ ຂໍ້ຕົກລົງ ເລກທີ 121/ນຍ ໃຫ້ໄດ້ມີປະສິດທິພາບ ແລະ ປະສິດທິຜົນ. ຮີບຮ້ອນກວດກາ ແລະ ປັບປຸງຄືນ ລະບອບແບບແຜນວິທີເຮັດວຽກ ຄືນໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງໃນສະພາບເງື່ອນ ໄຂໃໝ່ ຕໍ່ກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສ້າງໃຫ້ປະຊາຊົນຢູ່ເຂດຊົນນະບົດ ມີຊີວິດການເປັນຢູ່ທີ່ດີຂຶ້ນ.





