ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ເພີ່ມອີກ 2 ທ່ານ

Feb 19, 2025

ຫວຽດນາມ ແຕ່ງຕັ້ງຮອງນາຍົກລັດຖະມົນຕີ ເພີ່ມອີກ 2 ທ່ານ
ຕອນບ່າຍວັນທີ 18 ກຸມພານີ້, ຢູ່ທຳນຽບປະທານປະເທດຫວຽດ ນາມ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານໃນພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ຈໍານວນ 2 ທ່ານ ແລະ ລັດຖະມົນຕີ ຈໍານວນ 4 ທ່ານ.
ໃນພິທີ, ທ່ານ ນາງ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການແຕ່ງຕັ້ງຕຳແໜ່ງຮອງນາຍົກລັດຖະມົນຕີ 2 ທ່ານ ຄື: ທ່ານ ມາຍວັນຈິງ ແລະ ທ່ານ ຫງວຽນຈີຢຸງ, ພ້ອມທັງແຕ່ງຕັ້ງລັດຖະມົນຕີ 4 ທ່ານ ຄື: ທ່ານ ເຈິ່ນຮົ່ງມິງ, ລັດຖະມົນຕີກະຊວງກໍ່ສ້າງ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ທ່ານ ໂດະດຶກຢຸຍ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ດ່າວງອກຢຸງ,ລັດຖະມົນຕີກະຊວງບັນດາເຜົ່າ ແລະ ສາສະໜາ.
Cr: VOVWORLD
May be an image of 4 people and text