ພິທີ ສອບເສັງ ນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2024-2025 ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນ, ຄະນະຮັບຜິດຊອບການສອບເສັງ, ຄູນໍາພາ, ຜູ້ປົກຄອງນັກຮຽນ ແລະ ນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຸລິຍາສັກ ລັດຖະຫວັນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ກ່າວວ່າ: ພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເພາະເປັນການສົ່ງເສີມການຍົກລະດັບຄຸນນະພາບການສຶກສາ, ການພັດທະນາຊັບພະຍາກອນມະນຸດ ແລະ ເປັນການຄັດເລືອກເອົານັກຮຽນ ທີ່ຮຽນເກັ່ງ ເປັນຕົວແທນຂອງເມືອງ ໄປສອບເສັງລະດັບແຂວງ, ເປັນການປຸກລະດົມໃນການຈັດຕັ້ງປະຕິບັດຂະບວນການສອນດີ-ສອນເກັ່ງ ຂອງບັນດາຄູສອນ ແລະ ຮຽນດີ-ຮຽນເກັ່ງ ຂອງນ້ອງນັກຮຽນ. ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ກ່າວຕື່ມວ່າ: ພິທີ ສອບເສັງນັກຮຽນເກັ່ງ ຈະໄດ້ດຳເນີນເປັນເວລາ 1 ວັນ ເຊິ່ງຈະໄດ້ຄັດເລືອກເອົານັກຮຽນເກັ່ງ ເປັນຕົວແທນແຕ່ລະວິຊາຂອງຊັ້ນປະຖົມ, ຊັ້ນມັດທະຍົມສຶກສາ ວິຊາລະ 1 ນ້ອງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງສາຍສາມັນສຶກສາ ລະດັບແຂວງ ໃນຕົ້ນເດືອນມີນາ 2025 ນີ້.
ການສອບເສັງນັກຮຽນເກັ່ງ ຂັ້ນເມືອງ ປະຈໍາສົກຮຽນ 2024-2025 ມີນັກສອບເສັງຂັ້ນ ປ. 5 ມາຈາກ 7 ກຸ່ມໂຮງຮຽນ, ມ. 4 ແລະ ມ. 7 ມາຈາກ 2 ກຸ່ມໂຮງຮຽນ ມີນັກສອບເສັງທັງໝົດ 53 ນ້ອງ, ຍິງ 40 ນ້ອງ. ໃນນີ້, ຊັ້ນປະຖົມສຶກສາ ປ. 5 ມີ ນັກສອບເສັງ ທັງໝົດ 21 ນ້ອງ, ຍິງ 16 ນ້ອງ, ມີ 3 ວິຊາ ຄື: ວິຊາ ພາສາລາວ ມີ 7 ນ້ອງ, ຍິງ 6 ນ້ອງ, ຄະນິດສາດ ມີ 7 ນ້ອງ, ຍິງ 4 ນ້ອງ ແລະ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ມີ 7 ນ້ອງ, ຍິງ 6 ນ້ອງ. ຊັ້ນມັດທະຍົມ ຕອນຕົ້ນ ມ. 4 ມີນັກສອບເສັງ ທັງໝົດ 16 ນ້ອງ, ຍິງ 14 ນ້ອງ, ມີ 4 ວິຊາ ຄື: ວິຊາ ພາສາລາວ-ວັນນະຄະດີ ມີ 4 ນ້ອງ, ຍິງ 4 ນ້ອງ , ຄະນິດສາດ ມີ 4 ນ້ອງ, ຍິງ 3 ນ້ອງ, ຟີຊິກສາດ ມີ 4 ນ້ອງ, ຍິງ 3 ນ້ອງ ແລະ ວິຊາ ເຄມີສາດ ມີ 4 ນ້ອງ, ຍິງ 4 ນ້ອງ. ຊັ້ນມັດທະຍົມ ຕອນປາຍ ມ. 7 ມີນັກສອບເສັງ ທັງໝົດ 16 ນ້ອງ, ຍິງ 10 ນ້ອງ, ມີ 4 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ ມີ 4 ນ້ອງ, ຍິງ 3 ນ້ອງ, ຄະນິດສາດ ມີ 4 ນ້ອງ, ຍິງ 3 ນ້ອງ , ຟີຊິກສາດ ມີ 4 ນ້ອງ, ຍິງ 3 ນ້ອງ ແລະ ວິຊາ ເຄມີສາດ ມີ 4 ນ້ອງ, ຍິງ 1 ນ້ອງ.
ໂອກາດນີ້, ທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ກຽດຕັດຫົວບົດສອບເສັງ ຕື່ມອີກ.
ຂ່າວ: ແກ່ນທ້າວ.





