ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ໄທ ຮ່ວມສະຫລອງ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ

Feb 19, 2025

ສປປ ລາວ ແລະ ຣາຊະອານາຈັກໄທ ຮ່ວມຈັດກິດຈະກຳ ຄາຣາວານວິທະຍາສາດ ມິດຕະພາບ ໃນວັນທີ 17 ກຸມພາ 2025 ຜ່ານມາ ຢູ່ໂຮງຮຽນ ມສ ວຽງຈັນ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ 2 ປະເທດ ລາວ-ໄທ ໂດຍມີຮອງເອກອັກຄະຣາຊະທູດໄທ ປະຈໍາ ລາວ, ມີຜູ້ອໍານວຍການອົງການພິພິທະພັນວິທະຍາສາດແຫ່ງຊາດ, ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທີມງານຄາຣາວານວິທະຍາສາດ ຈາກປະເທດໄທ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ຕີລາຄາສູງ ແລະ ສະແດງຄວາມດີໃຈ ທີ່ໂຮງຮຽນ ມສ ວຽງຈັນ ໄດ້ຖືກເລືອກເປັນສະຖານທີ່ ຈັດງານເປັນຄັ້ງທີ 2 (ຄັ້ງທໍາອິດປີ 2023) ເພື່ອສົ່ງເສີມຄວາມຮູ້ທາງດ້ານວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ ແລະ ເປີດກວ້າງໃຫ້ທຸກພາກສ່ວນໄດ້ເຫັນປະຈັກຕາ ແລະ ຫວັງວ່າການຈັດງານໃນຄັ້ງນີ້, ຈະສ້າງນັກຮຽນໃນໂຮງຮຽນ 26 ແຫ່ງ ທີ່ຖືກເຊີນ ທັງພາກລັດ ແລະ ພາກເອກະຊົນ ໃຫ້ມີຄວາມມັກໃນວິທະຍາສາດ, ຢາກເປັນນັກວິທະຍາສາດໃຫ້ຫລາຍຂຶ້ນ ແລະ ພັດທະນາວິທະຍາສາດໃຫ້ກວ້າງຂວາງຂຶ້ນໃນອະນາຄົດ.
ກິດຈະກໍາຄາຣາວານວິທະຍາສາດ ໃນຄັ້ງນີ້, ເປັນການສ້າງໃຫ້ນັກຮຽນອາສາ ຈໍານວນ 84 ນ້ອງ ມີຄວາມຫ້າວຫັນ ແລະ ກ້າສະແດງອອກ, ທັງເປັນການເປີດກວ້າງໃນການຝຶກອົບຮົມໃຫ້ຄູທາງດ້ານດາລາສາດ ຕື່ມອີກ.
ຂໍ້ມູນ-ພາບ: ບົວລະພາ