ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມກອງເຄມີ ກົມໃຫຍ່ເສນາທິການກອງທັບ ນັບມື້ເຕີບໃຫຍ່ເຂັ້ມແຂງ

Feb 19, 2025

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບ ຮອບ 70 ປີ ຄື ( ວັນທີ 22 ມີນາ 1955 – ວັນທີ 22 ມີນາ 2025) ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໃຫ້ສໍາພາດວ່າ: ຕະຫລອດໄລຍະຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ກົມກອງເຄມີ ກົມໃຫຍ່ເສນາທິການກອງທັບ ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກ ການ 3 ທິດນໍາຂອງພັກໃຫ້ເກີດດອກອອກຜົນ.
ພ້ອມນີ້, ໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ 6 ຂອງໜ່ວຍພັກຕົນຢ່າງຈົບງາມ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ໂດຍຖືເອົາການສ້າງພັກທາງດ້ານການເມືອງເປັນກົກ, ເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກໄດ້ຮັບການສຶກສາຮຽນຮູ້ອຸດົມການຂອງພັກ, ທັດສະນະຫຼັກໝັ້ນ, ຊົນຊັ້ນ, ທິດສະດີມາກ -ເລນິນ, ແນວຄິດ ໄກສອນ ພົມວິຫານ ເຮັດໃຫ້ສະພາບການເມືອງແນວຄິດຂອງຖັນແຖວສະມາຊິກພັກມີ ຄວາມສະຫງົບ, ຢຶດໝັ້ນຕໍ່ອຸດົມການຂອງພັກ, ມີຄຸນທາດການເມືອງອັນໜັກແໜ້ນ, ຍຶດໝັ້ນຕໍ່ພາລະກິດ ປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກຢ່າງສະເໝີຕົ້ນສະເໝີປາຍ,
ໃນນີ້, ໄດ້ສຸມໃສ່ກໍ່ສ້າງ ພັກທາງດ້ານແນວຄິດ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງກອງທັບ ກໍຄືຂອງກົມກອງຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານ- ສະມາຊິກພັກມີຄວາມສາ ມະຄີເປັນປຶກແຜ່ນຢູ່ອ້ອມຂ້າງພັກ, ຮັກສາ ແລະ ເສີມຂະຫຍາຍໄດ້ທາດແທ້ມູນເຊື້ອຄວາມຈົ່ງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະ ຕໍ່ປະຊາເຜົ່າຊົນລາວບັນດາເຜົ່າ, ມີສະຕິເຄົາລົບ ແລະ ປະຕິບັດ ລະບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ ນອກຈາກນີ້ ໄດ້ເອົາໃຈໃສ່ ປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ ມີການຈັດຕັ້ງນໍາພາຂອງພັກແໜ້ນໜາ, ການຄັດເລືອກບຸກຄະລາກອນເຂົ້າໃນອົງຄະນະພັກແຕ່ລະຂັ້ນ ໄດ້ປະຕິບັດຕາມຫຼັກການນໍາພາຂອງພັກ, ມີປະຊາ ທິປະໄຕ ສາມາດຮັບປະກັນພະນັກງານສືບທອດປ່ຽນແທນໄດ້ທັງ 3 ຮຸ່ນ.
ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານຈັດຕັ້ງພັກ – ພະນັກງານ ໃນຊຸມປີຜ່ານມາ ໜ່ວຍພັກກົມເຄມີສາດສາມາດຮັກສານາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄວ້ໄດ້ 5 ສະໄໝຕໍ່ເນື່ອງກັນ ແລະ ສາມາດສ້າງສະມາຊິກພັກແຂງຮອບຮອບດ້ານໄດ້ 18 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ 3 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 2 ສະຫາຍ, ສາມາດຮັບປະກັນພະນັກ ງານສືບທອດປ່ຽນແທນ 3 ຮຸ່ນຕາມທິດຫັນໄປຫາໜຸ່ມ ໂດຍເລັ່ງໃສ່ຄຸນນະພາບເປັນຕົ້ນຕໍ. ນອກຈາກນີ້, ຍັງສົ່ງພະນັກງານໄປກໍ່ສ້າງ ບຳລຸງພາຍໃນ ແລະ ຕ່າງໆ ປະເທດ 30 ສະຫາຍ.
ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ໃຫ້ຮູ້ຕື່ມວ່າ: ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ( ວັນທີ 22 ມີນາ 1955-ວັນທີ 22 ມີນາ 2025) ຄະນະພັກ-ຄະນະບັນຊາ ກົມເຄມີສາດກົມໃຫຍ່ເສນາທິການກອງທັບ ໄດ້ ເອົາໃຈໃສ່ໃນການຊີ້ນໍາ-ນໍາພາ, ພະນັກງານສະມາຊິກພັກ-ນັກຮົບ ເປັນເຈົ້າການໃນການຈັດຕັ້ງ ປະຕິບັດໜ້າທີ່ການເມືອງຂອງຕົນ ເປັນຕົ້ນຂະບວນການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ກໍ່ສ້າງກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກດ້ານ ໂດຍສະເພາະສຸມໃສ່ສ້າງຂະບວນການແຂ່ງກັນ ຈັດຕັ້ງປະຕິບັດໜ້າວຽກງານວິຊາສະເພາະ, ຕິດພັນຂະບວນການແຂ່ງຂັນກິລາສິລະປະ-ວັນນະຄະດີ ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ເພື່ອປະດັບເອ້ໃຫ້ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີທີ່ຈະມາເຖີງນີ້ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນເລີ່ກເຊີ່ງ ແລະ ເປັນຂະບວນການຟົດຟື້ນກວ້າງ ຂວາງກວ່າເກົ່າ.
ໂດຍ: ບິກໄຊ ສົມພູ