ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ເປີດກວ້າງ​ຂອບ​ເຂດ​ການຍົກ​ເວັ້ນ​ວີ​ຊາ​ ໄດ້​ດຶ​ງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເຂົ້າ​ມາ​ທ່ຽວ​ຈີນ ຫຼາຍຂຶ້ນກວ່າເກົ່າ

Feb 19, 2025

ຫວ່າ​ງ​ມໍ່ໆ​ມາ​ນີ້, ສຳນັກງານການກວດຄົນ​ເຂົ້າເມືອງ​ແຫ່ງ​ຊາດ​ຈີນ ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ນັບ​ແຕ່​ວັນ​ທີ 10 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ຄະ​ນະ​ນັກທ່ອງ​ທ່ຽວ​ທີ່​ມີ 2 ຄົນ ແລະ ຫຼາຍກວ່າ 2 ຄົນ​ຂຶ້ນ​ໄປ​ຈາກ 10 ປະ​ເທດ​ອາຊຽນ ຄື: ລາວ, ມາເລເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ຟີ​ລິບ​ປິນ, ສິງ​ກະ​ໂປ, ບ​ຣູ​​ໄນ, ຫວຽດ​ນາມ, ມຽນ​ມາ ແລະ​ກຳ​ປູ​ເຈຍ ທີ່ຖື​​ໜັງ​ສື​ຜ່ານ​ແດນທຳມະດາ ແລະ ຈັດ​ຕັ້ງ​ຕ້ອນ​ຮັບ​ໂດຍ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ຂອງ​ຈີນ ສາມາດເຂົ້າ-ອອກແບບຍົກເວັ້ນວີຊາຜ່ານດ່ານສະໜາມບິນສາກົນກາຊາສິບສອງພັ່ນນາ, ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ ແລະ ​ດ່ານ​ທາງຫຼວງ​ບໍ່​ຫານ, ຂອບເຂດການ​ທ່ອ​ງ​ທ່ຽວ​ແມ່ນ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ແລະ ໄລ​ຍະ​ເວ​ລາ​ທ່ອງ​ທ່ຽວແມ່ນ​ບໍ່​ໃຫ້​ເກີນ 6 ວັນ. ນະ​ໂຍ​ບາຍ​ດັ່ງ​ກ່າວ ເປັນ​ນະ​ໂຍ​ບາຍສຳ​ຄັນ​ທີ່​ຈີນ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເປັ​ນ​ເຈົ້າ​ການ​ ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ອຳ​ນວ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ​ອີກ​ດ້ວຍ.
ໃນ​ຊຸມ​ປີ​ຜ່ານ​ມາ, ຄຽ​ງ​ຄູ່​ກັບ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ໄດ້ຮັບການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ຈີນ​ໄດ້​ກາຍ​ເປັນ​ຈຸດ​ເຕີບ​ໂຕ​ໃໝ່ເປັນກ້າວໆ. ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຄັ້ງ​ນີ້ ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ຕະຫຼາດ​ການ​ທ່ອງ​ທ່ຽວ​ຢູ່ພາກ​ຕາ​ເວັນ​ຕົກ​ສຽ​ງ​ໃຕ້​ຂອງ​ຈີນ​ຢ່າງ​ແຂງ​ແຮງ ແບບບໍ່​ມີຫຍັງຕ້ອງ​ສົງ​ໄສ​ເລີຍ​, ອີງຕາມສະຖິຕິຕົວ​ເລກ​ຂໍ້​ມູນ​ທາງ​ອິນ​ເຕີ​ເນັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍຫຼັງ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ ເປັນເວລາ​ພຽງ 1 ຊົ່ວ​ໂມງ​ເທົ່າ​ນັ້ນ, ຊາວ​ເນັດ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້​ ​ໄດ້​ຄົ້ນ​ຫາ​ສິບ​ສອງ​ພັ່ນ​ນາ​ຂອງ​ຈີນ​ເພີ່ມ​ຂຶ້ນ 37%. ສ່ວນ​ນັບ​ແຕ່​ຕົ້ນ​ປີ​ຫາ​ວັນ​ທີ 9 ກຸມ​ພາ​ນີ້, ​ຈຳ​ນວນໃບ​ສັ່ງ​ຈອງ​ໄປ​ທ່ຽວ​ສິບ​ສອງ​ພັ່ນນາ​ຂອງ​ນັກ​ທ່ອງ​ທ່ຽວ​ຈາກບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 250%. ໃນມື້ຕໍ່ມາ, ຂະ​ບວນ​ລົດ​ໄຟ D87 ຕາມ​ທາງ​ລົດ​ໄຟ​ລາວ-ຈີນ ​ກໍ​ໄດ້​ປາ​ກົດ​ມີ​ຄະ​ນະ​ນັກ​ທ່ອງ​ທ່ຽວ​ຈາກ​ລາວ, ໄທ, ມາ​ເລ​ເຊຍ ແລະ ຫວຽດ​ນາມ ຫຼາຍ​ຂຶ້ນກວ່າ​ເກົ່າ. ຕົວ​ເລກ​ຂໍ້​ມູນ ແລະ ສະ​ພາບ​ຕົວ​ຈິງ​ດັ່ງ​ກ່າວ​ ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ວ່າ: ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຕ້ອງການເດີນທາງເຂົ້າມາ​ທ່ຽວ​ຈີນ​ຢ່າງ​ກະ​ຕື​ລື​ລົ້ນ.
ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ ໄດ້​ອຳ​ນວຍ​ຄວາມ​ສະ​ດວກໃນ​ດ້ານການ​ຄົມ​ມະ​ນາ​ຄົມ ໃຫ້​ແກ່​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ ​ໃນ​ພາກ​ພື້ນ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້. ທາງ​ລົດ​ໄຟ​ສາຍ​ນີ້ ​ບໍ່​ພຽງ​ແຕ່​ໄດ້​ເຊື່ອມ​ຕໍ່​ລາວ ແລະ ຈີນ​ ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ຂອງ​ໄທ ແລະ ຫວຽດ​ນາມອີກດ້ວຍ. ປັດ​ຈຸ​ບັນ, ນັກ​ທ່ອງ​ທ່ຽວຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ ສາ​ມາດ​ເຂົ້າມາທ່ຽວກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ໂດຍ​ຜ່ານ​ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ-ບໍ່​ເຕນ ແບບ​ຍົກ​ເວັ້ນ​ວີ​ຊາ ເຊິ່ງໄດ້ປະ​ຢັດ​ຕົ້ນ​ທຶນ ແລະ ເວ​ລາ​ໃນ​ການ​ທ່ອງ​ທ່ຽວ. ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ແລະ ການ​ຍົກ​ເວັ້ນ​ວີ​ຊາ ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ມີ​ຄ​ວາມ​ສະ​ດວກ​ສະ​ບາຍກວ່​າ​ເກົ່າ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ເລືອກ​ເດີນທາງມາ​ທ່ຽວ​ຈີນ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້.
ເພື່ອ​ບໍ​ລິ​ການ​ນັກ​ທ່ອງ​ທ່ຽວ​ຂ້າມ​ຊ​າດ​ໃຫ້​ດີຂຶ້ນກວ່າ​ເກົ່າ, ທາງ​ລົດ​ໄຟ​ລາວ-ຈີ​ນ​ຍັງ​ໄດ້​ໃຫ້​ການ​ບໍ​ລິ​ການ​ດ້ານ​ພາ​ສາ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ​ຂະ​ນະ​ດຽວ​ກັນ, ໃນ​ຖາ​ນະ​ເປັນ​ດ່ານ​ທາງ​ບົກ​ສ​າ​ທາ​ລະ​ນະ​ສຸກ​ສາ​ກົນ​ແຫ່ງ​ທຳ​ອິດ, ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ​ຂອງ​ຈີນ​ຍັງ​ໄດ້​ສ້າງ​ຕັ້ງ​ຈຸດກອບ​ກູ້​ຊ່ວຍ​ເຫຼືອ​ທາງ​ການ​ແພດສຸກເສີນ​ໃນ​ດ່ານ, ໄດ້​ປະ​ກອບຈັກກະຕຸ້ນຫົວໃຈ ຫຼື AED, ການ​ຕິດ​ຕາມ​ແລະ​ປ້ອງ​ກັນ​​ຫົວ​ໃຈ ແລະ ຫີບໃສ່ຢາປະຖົມພະຍາບານ ແລະອື່ນໆ, ສະ​ຖາ​ນີ​ລົດ​ໄຟ​ຍັງ​ໄດ້​ຕິດ​ຕັ້ງ​ຕູ້​ ATM ຢູ່​ໃນ​ສະຖານທີ່​ກວດ​ຄົນ​ເຂົ້າ-ອອກ​ເມືອງ ເພື່ອ​ອໍານວຍຄວາມສະດວກໃຫ້ແກ່ການກົດເງິນ​​ຂອງຜູ້​ໂດຍ​ສານ.
ໃນ​ອະ​ນາ​ຄົດ, ຄຽງ​ຄູ່​ກັບ​ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ຄ້າຍ​ຄື​ກັນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ ​ແລະ​ ບັນ​ດາ​ປະ​ເທດ​ອາ​ຊຽນ​ອາດ​ຈະໄດ້ພົວພັນກັນ​ແໜ້ນ​ແຟ້​ນ​ຂຶ້ນ​ຕື່ມ​ອີກ. ໃນ​ຂະ​ນະ​ດຽວ​ກັນ, ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ ກໍ​ຈະ​ພົບ​ໂອ​ກາດ​ໃໝ່ ເຊິ່ງ​ຈະ​ສ້າງ​ພື້ນ​ທີ່​​ທີ່ກວ້າງ​ຂວາງກວ່າ​ເກົ່າ​ ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຂ້າມ​ຊາດ​ລະ​ຫວ່າງ​ຈີນ​ ແລະ ​ບັນ​ດາ​ປະ​ເທດ​ອາ​ຊຽນ.