ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງສະພາແຫ່ງຊາດ ພ້ອມດ້ວຍຄອບຄົວການນຳຂັ້ນສູງ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງພັນໃຫຍ່ 497

Feb 19, 2025

ວັນທີ 18 ກຸມພາ 2025, ສະຫະພັນແມ່ຍິງ ສະພາແຫ່ງ ຊາດ ພ້ອມດ້ວຍຄອບ ຄົວການນໍາຂັ້ນສູງ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ມອບເຄື່ອງອຸປະໂພກ – ບໍລິໂພກ ໃຫ້ກອງພັນໃຫຍ່ 497, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 76 ປີ, ເຊິ່ງນໍາພາໂດຍທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າກ່າວມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 50.000.000 ກີບ ພ້ອມທັງມອບເງິນສົດ 50.000.000 ກີບ ໃຫ້ກອງພັນໃຫຍ່ 497. ທ່ານຍັງໄດ້ອວຍພອນໄຊອັນປະເສີດອວຍພອນໃຫ້ນາຍ ແລະ ພົນທະ ຫານກອງພັນໃຫຍ່ 497 ຈົ່ງພ້ອມກັນມີສຸຂະພາບເຂັ້ງແຂງ, ສືບຕໍ່ມີຜົນສໍາເລັດໃໝ່ ໃຫຍ່ຫຼວງກວ່າເກົ່າໃນການປະຕິບັດໜ້າທີ່ ເປັນຮົ້ວທີ່ເຂັ້ມແຂງຂອງຊາດຕະຫຼອດໄປ.
ໂອກາດນີ້, ສະຫາຍ ພັນເອກ ພອນໄຊ ບໍລະດົມ, ຫົວໜ້າການເມືອງ ກອງພັນໃຫຍ່ 497 ໄດ້ສະແດງຄວາມຂອບໃຈ ມາຍັງສະຫະພັນແມ່ຍິງ ສະພາແຫ່ງຊາດ ແລະ ຄອບຄົວການນໍາສະພາແຫ່ງຊາດ ທີ່ໄດ້ນໍາເອົາຄວາມອົບອຸ່ນ ຢ້ຽມຢາມຖາມຂ່າວ ແລະ ນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ມາມອບໃຫ້ກອງພັນໃຫຍ່ 497 ໃນຄັ້ງນີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາ, ຈະນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ລີຕ້າ.
May be an image of 1 person, dais and text