ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກວດຢຶດຢາໄອສ໌ ນໍ້າໜັກ 770 ກິໂລກຣາມ ສ່ວນຄົນຂັບລົດໜີໄປໄດ້

Feb 19, 2025

ວັນທີ 17 ກຸມພາ 2025, ຫ້ອງຕໍາຫຼວດ ປກສ ແຂວງ ບໍ່ແກ້ວ ໄດ້ຮັບຂ່າວຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດມາແຕ່ທາງ ເມືອງເມິງ ຜ່ານບ້ານລອງພະບາດ ແລະ ຈະເຂົ້າມາທາງ ບ້ານນໍ້າຍອນ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ, ເມື່ອໄດ້ຮັບແຫຼ່ງຂ່າວທາງຫອ້ງຕໍາຫຼວດ ຈຶ່ງໄດ້ມອບໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສົມທົບກັບເຈົ້າໜ້າທີຕຳຫຼວດຈະລາຈອນແຂວງນຳກຳລັງໄປສົມທົບກັບ ປກສ ກຸ່ມບ້ານນໍ້າຍອນ ເພື່ອຕັ້ງຈຸດກວດກາຕາມແຫຼ່ງຂ່າວ.
ໃນເວລາປະມານ 17 ໂມງ 00 ນາທີ ໄດ້ວາງກໍາລັງເພືອສະກັດ ພໍມາຮອດເວລາປະມານ 20 ໂມງ ໄດ້ເຫັນລົດກະບະລິໂວ ຈຳນວນ 03 ຄັນ ແລ່ນສວນມາ ແລະ ມີລົດຈັກ ຈຳນວນ 01 ຄັນ ມາກ່ອນ ເມືອເຫັນເຈົ້າໜ້າທີ່ເປົ້າໝາຍທັງ 03 ຄັນ ໄດ້ຕ່າວກັບຄືນໄປທາງ ເມືອງເມິງ ດັ່ງນັ້ນເຈົ້າໜ້າທີ່ໄດ້ໄລ່ຕິດຕາມເນືອງຈາກສະພາບເສັ້ນທາງມີຄວາມມືດແລະເປັນເສັ້ນທາງກັນດານເຮັດໃຫ້ຕິດຕາມບໍ່ທັນຈຶງໄດ້ປະສານໃຫ້ແຕ່ລະຈຸດສະກັດເສັ້ນທາງລົບໜີ ແລະ ໄດ້ຄົ້ນຫາພາກສວນດັ່ງກ່າວ.
ຈົນຮອດເວລາປະມານ 23ໂມງ 20 ນາທີ ຈຶ່ງໄດ້ພົບເຫັນລົດເປົ້າໝາຍ ຈຳນວນ 01 ຄັນ ຈອດຊຸກເຊື່ອງໄວ້ຢູ່ໃນທາງນ້ອຍແຍກແຕ່ບໍ່ເຫັນຄົນຢູ່ໃນລົດ ຜ່ານການກວດກາຈຶ່ງໄດ້ເຫັນວັດຖູທີຕອ້ງສົ່ງໃສ່ຢູ່ກະບະລົດ ແລະ ຢູ່ໃນລົດອີກຈຳນວນໜຶ່ງ.
ຈາກນັ້ນ ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາກວດກາຕົວຈິງຢູ່ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໂດຍສົມທົບກັບອົງການໄອຍະການ ຮ່ວມກັນກວດສອບໄດ້ພົບເຫັນຢາເສບຕິດ ປະເພດຢາໄອສ ຈຳນວນ 770 ຫໍ່ ນໍ້າໜັກ 770 ກິໂລກຼາມ.ປະຈຸບັນທາງເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນ ການສຶບສວນ-ສອບສວນຊອກຫາເພຶ່ອນໍາເອົາຕົວພວກກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ປກສ ແຂວງບໍ່ແກ້ວ