ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສຍຫາຍ 600 ກວ່າລ້ານກີບ ເຫດໄຟໄໝ້ເຮືອນ 4 ຫຼັງ ຢູ່ບ້ານປ່າກ້ວຍທົ່ງ ເມືອງໄຊບົວທອງ

Feb 19, 2025

ເວລາ 8:00 ຂອງວັນທີ 13 ກຸມພາ 2025 ເກີດເຫດໄຟ ໄໝ້ເຮືອນປະຊາຊົນບ້ານປ່າກ້ວຍທົ່ງ, ເມືອງໄຊບົວທອງ, ແຂວງຄຳມ່ວນ. ຈຸດເກີດເຫດແມ່ນຢູ່ເຮືອນ ນາງ ດາລາວັນ ໃບເຄນບ້ອງ, ຈາກນັ້ນ ໄດ້ລຸກລາມໄປໄໝ້ເຮືອນອ້ອມຂ້າງຈຳນວນ 2 ຫຼັງຄື: ເຮືອນຂອງນາງ ຈັນທາລາ ໃບເຄນບ້ອງ ແລະ ເຮືອນ ນາງແນມວັນ ແລະ ເລົ້າເຂົ້າ 1 ຫຼັງ ຄື:
– ຫຼັງທີ 1 ເປັນເຮືອນ 2 ຊັ້ນ (ດິນ +ໄມ້) ຂະໜາດ 6×12,70 ແມັດ, ຊັ້ນລຸ່ມປູພື້ນດ້ວຍຊີມັງ, ຝາແອ້ມດ້ວຍດິນຈີ່, ຊັ້ນສອງປູພື້ນດ້ວຍໄມ້ແປ້ນ, ຝາແອ້ມດ້ວຍໄມ້ແປ້ນ, ຫຼັງຄ່າມຸງດ້ວຍສັງກະ ສີ, ເຄື່ອງໃຊ້ພາຍໃນເຮືອນເສຍຫາຍມີ: ຈານດາວທຽມ 1 ອັນ, ຕຽງນອນ 1 ໜ່ວຍ, ຕູ້ໂຊແກ້ວ 1 ໜ່ວຍ, ໝໍ້ຫຸງເຂົ້າ 1 ໜ່ວຍ, ຕູ້ເຢັນ 1 ໜ່ວຍ, ເຄື່ອງ ໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມ, ລວມມູນຄ່າເສຍຫາຍ 200 ກວ່າລ້ານກີບ.
– ຫຼັງທີ 2 ເປັນເຮືອນໄມ້ຂະໜາດ 4,50×5,60 ແມັດ, ພື້ນປູດ້ວຍໄມ້ແປ້ນ, ຝາແອ້ມດ້ວຍໄມ້ແປ້ນ, ຫຼັງຄາມຸງດ້ວຍກະເບື້ອງ, ເຄື່ອງໃຊ້ພາຍໃນເຮືອນເສຍຫາຍມີ: ຕູ້ເຢັນ 1 ໜ່ວຍ, ຕູ້ແຊ່ 1 ໜ່ວຍ, ຈັກຫຍິບເຄື່ອງ 1 ໜ່ວຍ, ເຄື່ອງອຸປະກອນເສີມສວຍຄົບຊຸດ, ໝໍ້ຫຸງເຂົ້າ 1 ໜ່ວຍ ແລະ ເອກະສານຕ່າງໆຖືກໄຟໄໝ້ເສຍ ຫາຍ, ລວມມູນຄ່າເສຍຫຼາຍ 90 ກວ່າລ້ານກີບ.
– ຫຼັງທີ 3 ເປັນເຮືອນ 2 ຊັ້ນ (ດິນ+ໄມ້) ຂະໜາດ 8×9 ແມັດ, ຊັ້ນລຸ່ມປູພື້ນດ້ວຍຊີມັງ, ຝາແອ້ມດ້ວຍດິນຈີ່, ຊັ້ນສອງປູພື້ນດ້ວຍໄມ້ແປ້ນ, ຝາແອ້ມດ້ວຍໄມ້ແປ້ນ, ຫຼັງຄາມຸງດ້ວຍກະ ເບື້ອງ, ເຄື່ອງໃຊ້ພາຍໃນເຮືອນເສຍຫາຍມີ: ລົດໄຖນາເດີນຕາມ 1 ຄັນ, ລົດຈັກເວບຮ້ອຍ 1 ຄັນ, ຕູ້ແກ້ວ 8 ໜ່ວຍ, ເງິນສົດ 2.000.000 ກີບ, ສາຍຄໍສີເຫຼືອງຄ້າຍຄືຄຳ 2 ສະຫຼຶງ ມູນຄ່າ 15.000.000 ກີບ, ລົດຖີບໄຟຟ້າ 1 ຄັນ, ຕູ້ເຢັນ 1 ໜ່ວຍ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມ, ລວມມູນຄ່າເສຍຫາຍ 300 ກວ່າລ້ານກີບ.
ສ່ວນ ເລົ້າເຂົ້າ 1 ຫຼັງ ມີຂະໜາດ 2,9×4 ແມັດ, ພື້ນປູດ້ວຍໄມ້ແປ້ນ, ຝາແອ້ມດ້ວຍໄມ້ແປ້ນ, ຫຼັງຄາມຸງດ້ວຍໄມ້ແປ້ນ, ມີເຂົ້າ ເປືອກຈຳນວນ 45 ເປົາ ລວມມູນຄ່າເສຍຫາຍ 40 ລ້ານກ່ວາກີບ, ລວມມູນຄ່າເສຍຫາຍທັງໝົດ ເຮືອນ 3 ຫຼັງ ແລະ ເລົ້າເຂົ້າ 1 ຫຼັງ ມີມູນຄ່າ 600 ກວ່າລ້ານກີບ.
Cr: Khammouane News