ວັນທີ 19 ກຸມພາ 2025, ໄດ້ມີພິທີມອບ-ຮັບໜ້າທີ່ຫົວໜ້າກົມການບິນພົນລະເຮືອນລາວ ແລະ ຜູ້ອຳນວຍການໃຫຍ່ ລັດວິສາ ຫະກິດການບິນລາວ ຜູ້ເກົ່າ-ຜູ້ໃຫມ່ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານ ຄຳຫຼ້າ ພົມມະວັນ, ອຳນວຍການໃຫຍ່ ລັດວິສາຫະກິດ ການບິນລາວ (ຜູ້ເກົ່າ) ຍົກຍ້າຍໄປຮັບໜ້າທີ່ໃໝ່ ເປັນຫົວໜ້າກົມການບິນພົນລະເຮືອນລາວ ແລະ ທ່ານ ວຽງໄຊ ສິງຄຳ, ຫົວໜ້າກົມການບິນພົນລະເຮືອນລາວ (ຜູ້ເກົ່າ) ຍົກຍ້າຍມາຮັບໜ້າທີ່ໃໝ່ ເປັນຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ.
ທີ່ມາ: ລັດວິສາຫະກິດການບິນລາວ





