ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງ ປກສ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

Feb 19, 2025

ຕອນເຊົ້າວັນທີ 19 ກຸມພາ 2025, ທີ່ສະໂມສອນ ກະຊວງ ປ້ອງກັນຄວາມສະຫງົບ (ປກສ) ທີ່ສະໜາມມ້າ, ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິ ວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ; ມີທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ; ບັນດາທ່ານຮອງລັດຖະມົນຕີ, ຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະກົມ, ຄະນະບັນຊາ, ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ນາຍຕຳຫຼວດຫຼັກແຫຼ່ງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເຜີຍແຜ່ໃຫ້ບັນດາຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມເນື້ອໃນ ກ່ຽວກັບປະຫວັດ, ມູນເຊື້ອ, ຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ, ທັງເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ພາຍ ໃນກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້, ເຂົ້າໃຈ ແລະ ກຳ ແໜ້ນ ປະຫວັດການກຳເນີດເຕີບໃຫຍ່ ແລະ ມູນເຊື້ອອັນດີງາມຂອງພັກ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການກຳເນີດຂອງພັກ ຕະຫຼອດໄລຍະເວລາ 70 ປີ ແຫ່ງການນໍາພາຂອງພັກ, ບໍ່ວ່າຈະເປັນໄລຍະຕໍ່ສູ້ກູ້ຊາດ, ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກເຮົາໄດ້ມີການນໍາພາ-ຊີ້ນຳ ເດັດດ່ຽວ, ມີວິທະຍາສາດ ອັນໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ ທີ່ມີຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ, ແຕ່ດ້ວຍຄວາມ ສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ ແລະ ການ ຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ປະກາດເອກະລາດ ແລະ ອະທິປະໄຕ ຂອງຕົນຂຶ້ນໃນວັນທີ 2 ທັນວາ 1975, ພາຍ ຫຼັງປົດປ່ອຍຊາດ ພັກເຮົາກໍ່ໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ, ຕະຫຼອດ 70 ປີ ແຫ່ງການສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກເຮົາໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນ ດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນ ດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດ ທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ ເຊິ່ງເຮັດ ໃຫ້ ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີພາກພື້ນ ແລະ ສາກົນ ສູງຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.